ໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023

(VOVWORLD) - Festival ແມ່ນໜຶ່ງໃນບັນດາເຫດການສຳຄັນເພື່ອຂ່ຳນັບພິທີສະເຫຼີມສະຫຼອງ 370 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາແຂວງ ແຄງຮ່ວາ (1653-2023)
ໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023 - ảnh 1ພີທີໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023
(ພາບ: VTC)

ຕອນຄ່ຳວັນທີ 03 ມິຖຸນາ, ຢູ່ນະຄອນ ຍາຈາງ, ໄດ້ຈັດພີທີໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023 ດ້ວຍຫົວຂໍ້ “ແຄງຮ່ວາ ຄວາມຄາດຫວັງພົ້ນເດັ່ນຂຶ້ນ”.

Festival ແມ່ນໜຶ່ງໃນບັນດາເຫດການສຳຄັນເພື່ອຂ່ຳນັບພິທີສະເຫຼີມສະຫຼອງ 370 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາແຂວງ ແຄງຮ່ວາ (1653-2023), ເຊິ່ງຈັດຂຶ້ນແຕ່ວັນທີ 03 ຫາວັນທີ 06 ມິຖຸນາ. Festival ທະເລ ຍາຈາງ - ແຄງຮ່ວາ 2023 ມີກວ່າ 70 ລາຍການເຄື່ອນໄຫວສິລະປະພິເສດ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ ແລະ ບັນດາທ້ອງຖິ່ນໃກ້ຄຽງ. ກ່າວຄຳເຫັນໄຂ Festival, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮວາງ, ເນັ້ນໜັກວ່າ:

“ຜ່ານບັນດາການເຄື່ອນໄຫວ, ເຫດການໃນລາຍການ Festival ທະເລ ຍາຈາງ - ແຄງຮ່ວາ 2023 ທະເລປີ 2023, ແຂວງ ແຄງຮ່ວາ ຢາກແນະນຳເຖິງປະຊາຊົນ ແລະ ແຂກທ່ອງທ່ຽວພາບພົດກ່ຽວກັບສະຖານທີ່ປອດໄພ, ສະໜິດສະໜົມຮັກແພງແຂກຄົນ, ເຂດດິນແດນຂະຫຍັນຂັນເຄື່ອນ, ຕັ້ງໜ້າພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ ດ້ວຍບັນດາຄຸນຄ່າສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ ແຄງຮ່ວາ”.

ຕອບກັບ

ຂ່າວ/ບົດ​ອື່ນ