ໄຂ Festival ນິງບິ່ງ - ຈ່າງອານ ຄັ້ງທີ 2

(VOVWORLD) - ນິງບິ່ງ ມີຄວາມສາມາດຢ່າງພຽງພໍເພື່ອກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳ.
ໄຂ Festival ນິງບິ່ງ - ຈ່າງອານ ຄັ້ງທີ 2 - ảnh 1ທ່ານປະທານຄະນະກຳມະການປະຊາຊົນແຂວງ ນິງບິ່ງ ຟ້າມກວາງງອັກ
(ພາບ: TTXVN)

        ຕອນຄ່ຳວັນທີ 26 ທັນວາ, ຢູ່ເຂດມໍລະດົກວັດທະນະທຳ ແລະ ທຳມະຊາດໂລກກຸ່ມທັດສະນີຍະພາບ ຈ່າງອານ, ແຂວງ ນິງບິ່ງ ໄດ້ຈັດພິທີໄຂ Festival ນິງບິ່ງ - ຈ່າງອານ ປີ 2023, ດ້ວຍຫົວຂໍ້ “ສີສັນມໍລະດົກ - ເຕົ້າໂຮມ ແລະ ແຜ່ກະຈາຍ”.

        ຕາມທ່ານປະທານຄະນະກຳມະການປະຊາຊົນແຂວງ ນິງບິ່ງ ຟ້າມກວາງງອັກ ແລ້ວ, Festival ແມ່ນການເຄື່ອນໄຫວວັດທະນະທຳມີຄວາມໝາຍສຳຄັນ, ຢືນຢັນຄວາມມານະພະຍາຍາມ ແລະ ກຳລັງຄວາມສາມາດຂອງ ນິງບິ່ງ ໃນການຈັດບັນດາເຫດການວັດທະນະທຳທີ່ມີຂອບຂະໜາດໃຫຍ່, ພ້ອມທັງສ່ອງແສງພາບພົດຫຼາຍສີສັນຂອງມໍລະດົກວັດທະນະທຳບັນດາເຂດພາກໃນທົ່ວປະເທດ.

        “ການເລືອກເອົາຫົວຂໍ້ຂອງປີ 2023 ແມ່ນ “ສີສັນມໍລະດົກ - ເຕົ້າໂຮມ ແລະ ແຜ່ກະຈາຍ”, ນິງບິ່ງ ມຸ່ງໄປເຖິງເປົ້າໝາຍລວມແມ່ນສ້າງເຄື່ອງໝາຍການຄ້າງານບຸນສະເພາະແຂວງ, ເປັນປະຈຳປີ, ດຶງດູດ ແລະ ເປີດກວ້າງບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳຢູ່ພາຍໃນປະເທດ, ສາກົນ, ສ້າງຄວາມສາມັກຄີ, ສະໜິດຕິດພັນລະຫວ່າງບັນດາປະເທດ, ຊົນຊາດ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະ ການຮ່ວມມືພັດທະນາ”.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເນັ້ນໜັກວ່າ, ນິງບິ່ງ ແມ່ນດິນແດນມີປະຫວັດສາດວັດທະນະທຳມາແຕ່ດົນນານ, ມີຫຼາຍເຂດປູຊະນີຍະສະຖານ - ທັດສະນີຍະພາບ. ສະນັ້ນ, ນິງບິ່ງ ມີຄວາມສາມາດຢ່າງພຽງພໍເພື່ອກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ