ໄຂ Festival ວັດ​ທະ​ນະ​ທຳ ​ແພ​ໄຫມ, ​ແພພື້ນເມືອງ ຫວຽດ​ນາມ - ໂລກ​ຄັ້ງ​ທີ V

(VOVWORLD) - Festival ວັດທະນະທຳ ແພໄຫມ, ແພພື້ນເມືອງ ຫວຽດນາມ - ໂລກຄັ້ງທີ V 2019 ມີການເຂົ້າຮ່ວມຂອງ 8 ປະເທດ ແລະ ຜູ້ຕາງໜ້າຂອງ 5 ນະຄອນ ພ້ອມກັບຫົວໜ່ວຍຜະລິດ, ໝູ່ບ້ານຫັດຖະກຳຕ່ຳແພໄຫມ, ແພພື້ນເມືອງ ຫວຽດນາມ ນັບຫຼາຍສິບແຫ່ງ.
ໄຂ Festival ວັດ​ທະ​ນະ​ທຳ ​ແພ​ໄຫມ, ​ແພພື້ນເມືອງ ຫວຽດ​ນາມ - ໂລກ​ຄັ້ງ​ທີ V - ảnh 1

ພິທີຕັດແຖບຜ້າໄຂ Festival ວັດທະນະທຳ ແພໄຫມ, ເຄື່ອງຕ່ຳພື້ນເມືອງ ຫວຽດນາມ - ໂລກຄັ້ງທີ V 

        ວັນທີ 8 ສິງຫາ, ຢູ່ ໝູ່ບ້ານຫັດຖະກຳຕ່ຳແພໄຫມ ໂຮ້ຍອ່ານ, ຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ, ແຂວງ ກ໋ວາງນາມ ແລະ ບໍລິສັດຫຸ້ນສ່ວນແພໄໝກ໋ວາງນາມ ໄດ້ສົມທົບກັນຈັດຕັ້ງພິທີໄຂ Festival ວັດທະນະທຳ ແພໄຫມ, ແພພື້ນເມືອງ ຫວຽດນາມ - ໂລກຄັ້ງທີ V 2019. ງານບຸນມີຄວາມເຂັ້ມຂຸ້ນໄປດ້ວຍສີສັນອາຊີບຫັດຖະກຳທີ່ມີມາແຕ່ດົນນານຂອງ ຫວຽດນາມ.

        Festival ວັດທະນະທຳ ແພໄຫມ, ແພພື້ນເມືອງ ຫວຽດນາມ - ໂລກຄັ້ງທີ V 2019 ມີການເຂົ້າຮ່ວມຂອງ 8 ປະເທດ ແລະ ຜູ້ຕາງໜ້າຂອງ 5 ນະຄອນ ພ້ອມກັບຫົວໜ່ວຍຜະລິດ, ໝູ່ບ້ານຫັດຖະກຳຕ່ຳແພໄຫມ, ແພພື້ນເມືອງ ຫວຽດນາມ ນັບຫຼາຍສິບແຫ່ງ.

        ໂຮ້ຍອ່ານ ຈັດຕັ້ງ Festival ແມ່ນເພື່ອແນໃສ່ເຊີດຊູວັດທະນະທຳອາຊີບປູກມອນລ້ຽງມ້ອນຕ່ຳແພໄໝພື້ນເມືອງ, ເຊື່ອມຕໍ່ການພົວພັນແລກປ່ຽນເພື່ອຊອກຫາສົ້ນອອກໃຫ້ແກ່ຕະຫຼາດແພໄໝຫວຽດນາມ, ນຳບັນດາຫົວໜ່ວຍຜະລິດແພໄໝໄປເຖິງບັນດາອົງການຈັດຕັ້ງ ແລະ ຕະຫຼາດສາກົນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ