ໄຂ Festival ສາ​ກົນ ຂະ​ແໜງ​ເຂົ້າ​ສານ ຫວຽດ​ນາມ - ເຮົ້າ​ຢາງ ປີ 2023

(VOVWORLD) -    ຕອນຄ່ຳວັນທີ 12 ທັນວາ, ຢູ່ນະຄອນ ວິແທັງ, ແຂວງ ເຮົ້າຢາງ ຂອງ ຫວຽດນາມ, Festival ສາກົນ ຂະແໜງສິນຄ້າເຂົ້າສານ ຫວຽດນາມ - ເຮົ້າຢາງ ປີນີ້ ດ້ວຍຫົວຂໍ້ “ເສັ້ນທາງແຫ່ງເຂົ້າສານ ຫວຽດນາມ ນັບພັນປີ” ຖືກໄຂຂຶ້ນຢ່າງເປັນທາງການ.
ໄຂ Festival ສາ​ກົນ ຂະ​ແໜງ​ເຂົ້າ​ສານ ຫວຽດ​ນາມ - ເຮົ້າ​ຢາງ ປີ 2023 - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: VOV)

Festival ປີນີ້ ໄດ້ດຳເນີນແຕ່ວັນທີ 11 – 15 ທັນວາ, ດ້ວຍບັນດາກິດຈະກຳວາງສະແດງ, ກອງປະຊຸມ, ກອງປະຊຸມສຳມະນາ, ເຊິ່ງລວມມີ: ງານວາງສະແດງ ເສັ້ນທາງຂອງເຂົ້າສານ ຫວຽດນາມ; ງານວາງສະແດງຜະລິດຕະພັນ OCOP ຂອງທ້ອງຖິ່ນຕ່າງໆ, ງານວາງສະແດງລະບົບສິນຄ້າເຂົ້າສານ; ການວາງສະແດງເຄື່ອງຈັກ, ພາຫະນະຮັບໃຊ້ການປູກເຂົ້າ, ການວາງສະແດງການກະສິກຳໝູນໃຊ້ເຕັກໂນໂລຢີເຄື່ອງກົນຈັກ; ແນະນຳຮູບແບບກະສິກຳໝູນວຽນ. Festival ໄດ້ຈັດຂຶ້ນໃນສະພາບການ ຫວຽດນາມ ກຳລັງມຸ່ງໄປເຖິງການສ້າງໃຫ້ກາຍເປັນປະເທດນຳໜ້າໃນການຜະລິດເຂົ້າທີ່ມີຄຸນນະພາບສູງ, ຫຼຸດຜ່ອນການປ່ອຍອາຍພິດຕໍ່ສິ່ງແວດລ້ອມ, ພັດທະນາຕາມທິດສີຂຽວ ແລະ ຍືນຍົງ. ກ່າວຄຳເຫັນຊີ້ນຳແບບທາງໄກຈາກສະຖານທີ່ເຊື່ອມຕໍ່ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ການສົ່ງອອກເຂົ້າສານຂອງ ຫວຽດນາມ ສາມາດບັນລຸ 8 ລ້ານໂຕນໃນປີນີ້. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບກັບສາກົນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກໃນໄລຍະປະສົບກັບຄວາມຫຍຸ້ງຍາກ:

        “ຫວຽດນາມ ກໍແມ່ນປະເທດ ທຳອິດທີ່ໄດ້ສ້າງ ແລະ ພັດທະນາແຜນການ ຜະລິດເຂົ້າຄຸນນະພາບສູງ 1 ລ້ານເຮັກຕາ ແລະ ການປ່ອຍອາຍພິດຢູ່ໃນລະດັບຕ່ຳ, ປະກອບສ່ວນຍົກສູງຊີວິດການເປັນຢູ່ທັງທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນ. ນີ້ກໍແມ່ນໜ້າທີ່ທີ່ມີລັກສະນະທົ່ວປວງຊົນ ແລະ ທົ່ວໂລກ. ພວກຂ້າພະເຈົ້າໄດ້ສະແດງຄວາມຮັບຜິດຊອບຂອງຕົນສຳລັບປະຊາຄົມສາກົນໃນການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງພື້ນຖານກະສິກຳທີ່ປ່ອຍອາຍພິດໃນລະດັບຕ່ຳ”.

      

ຕອບກັບ

ຂ່າວ/ບົດ​ອື່ນ