ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V

(VOVWORLD) -ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ. 
ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V - ảnh 1ການສະແດງສິລະປະໃນພິທີໄຂ

  ຕອນຄ່ຳວັນທີ 7 ມັງກອນ, ຢູ່ນະຄອນ ຫວິງລອງ, ແຂວງ ຫວິງລອງ, ສູນກາງ ສະມາຄົມຊາວກະສິກອນ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ຄະນະກຳມະການປະຊາຊົນແຂວງ ຫວິງລອງ ໄດ້ສົມທົບກັນຈັດພິທີໄຂ Festival ເຂົ້າສານ ຫວຽດນາມ ຄັ້ງທີ V ປີ 2021 ດ້ວຍການເຂົ້າຮ່ວມຂອງຫ້າງຮ້ານທີ່ວາງຂາຍບັນດາຜະລິດຕະພັນທີ່ດີເດັ່ນນັບຮ້ອຍຮ້ານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລືອງກວັກດວ່ານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ. ທ່ານກ່າວວ່າ:

        “ໄປຄຽງຄູ່ກັບຜົນງານທີ່ບັນລຸໄດ້, ຂະແໜງກະສິກຳເວົ້າລວມ ແລະ ຂົງເຂດຜະລິດ, ຈຳໜ່າຍ, ສົ່ງອອກເຂົ້າສານ ຫວຽດນາມ ເວົ້າສະເພາະ ແມ່ນຍັງປະສົບກັບຮົ້ວກີດຂວາງທີ່ໃຫຍ່ຫຼວງ. ນັ້ນແມ່ນການແກ້ງແຍ້ງກ່ຽວກັບຄຸນນະພາບ ແລະ ປະລິມານຕາມມາດຕະຖານສາກົນ ອັນໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ, ນັກຄົ້ນຄວ້າຂອງບັນດາອົງການຈັດຕັ້ງ ແລະ ຊາວກະສິກອນ ຕ້ອງພ້ອມກັນຊອກຫາມາດຕະການເພື່ອນຳຜະລິດຕະພັນເຂົ້າສານທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ໃຫ້ພັດທະນາເປັນປົກກະຕິໃນຕະຫຼາດພາຍໃນ ແລະ ຕ່າງປະເທດ”.

Festival ຍັງຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ແລະ ຈະອັດລົງໃນວັນທີ 10 ມັງກອນ 2022.

ຕອບກັບ

ຂ່າວ/ບົດ​ອື່ນ