ໄຂ Festival ເສື້ອ​ບາ​ບາ - ເຮົ້າ​ຢາງ 2023

(VOVWORLD) -  ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະກ່ຽວກັບເສື້ອບາບາ, ງານວາງສະແດງພາບຖ່າຍເສື້ອບາບາ ແຕ່ກ່ອນມາຮອດປັດຈຸບັນ, ອາຫານການກິນທີ່ເປັນມູນເຊື້ອຂອງ ເຂດພາກໃຕ້ ພ້ອມກັບການສະແດງຂັບ ເດີນຕາຕ່າຍຕື. 
ໄຂ Festival ເສື້ອ​ບາ​ບາ - ເຮົ້າ​ຢາງ 2023 - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂ

ຕອນຄ່ຳວັນທີ 29 ກັນຍາ, ຢູ່ແຂວງເຮົ້າຢາງ, ໄດ້ໄຂງານ Festival ເສື້ອບາບາ - ເຮົ້າຢາງ 2023. ເຂົ້າຮ່ວມພິທີໄຂມີທ່ານນາງອະດີດປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ, ທ່ານນາງອະດີດຮອງປະທານປະເທດ ດັ່ງທິງອກທິງ ພ້ອມກັບເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ, ຫົວໜ້າກົງສູນຈຳນວນໜຶ່ງ.

Festival ເສື້ອບາບາ - ເຮົ້າຢາງ 2023 ໄດ້ດຳເນີນໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 1 ຕຸລາ ຢູ່ນະຄອນ ວິແທັງ, ແຂວງ ເຮົ້າຢາງ. ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະກ່ຽວກັບເສື້ອບາບາ, ງານວາງສະແດງພາບຖ່າຍເສື້ອບາບາ ແຕ່ກ່ອນມາຮອດປັດຈຸບັນ, ອາຫານການກິນທີ່ເປັນມູນເຊື້ອຂອງ ເຂດພາກໃຕ້ ພ້ອມກັບການສະແດງຂັບ ເດີນຕາຕ່າຍຕື. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໂຮ່ທູແອັງ ເນັ້ນໜັກວ່າ:

ນີ້ເປັນຄັ້ງທຳອິດ ເຫດການ Festival ເສື້ອບາບາ - ເຮົ້າຢາງ 2023 ໄດ້ຈັດຂຶ້ນຢູ່ແຂວງ ເຮົ້າຢາງ. ນີ້ຈະແມ່ນຈຸດເລີ່ມຕົ້ນ ເພື່ອໃຫ້ທຸກໆຄົນມີການສັງເກດທີ່ແຕກຕ່າງກ່ຽວກັບເຮົ້າຢາງ, ຮູ້ຈັກເຖິງເຮົ້າຢາງ ຫຼາຍກ່ວາອີກ, ຈາກນັ້ນຈະເຊື່ອມຕໍ່ໃຫ້ແກ່ການພັດທະນາວັດທະນະທຳ, ການທ່ອງທ່ຽວ ແລະ ເສດຖະກິດຂອງແຂວງໃນໄລຍະຈະມາເຖິງ.

ທີ່ພິທີໄຂ Festival ເສື້ອບາບາ - ເຮົ້າຢາງ 2023 ໄດ້ດຳເນີນລາຍການສະແດງສິລະປະພົ້ນເດັ່ນທີ່ມີຫົວຂໍ້ “ຮ້ອຍຍິ້ມເຮົ້າຢາງ”.

ຕອບກັບ

ຂ່າວ/ບົດ​ອື່ນ