ໄຂ Festival ເຫ້ວປີ 2012: ແຫ່ງເຕົ້າ ໂຮມຂອງວັດທະນະ ທຳ 5 ທະວີບ

ໄຂ Festival ເຫ້ວປີ 2012: ແຫ່ງເຕົ້າ ໂຮມຂອງວັດທະນະ ທຳ 5 ທະວີບ - ảnh 1
ໄຂ Festival ເຫ້ວ 2012

(vovworld) - ຕອນ​ຄ່ຳ​ວັນ​ທີ 7/4, ຢູ່​ນະ​ຄອນ​ເຫ້ວ ​ແຂວງ​ເທື່ອ​ທຽນ​ເຫ້ວ, ​ໄດ້​ຈັດ​ພິທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ຕອນ​ເໜືອ​ພາກ​ກາງ ​ແລະ Festival ​ເຫ້ວປີ 2012. ​ເຂົ້າ​ຮ່ວມ​ພິທີ​ໄຂ​ມີ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung, ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ທ່ານຮອງ​ນາຍົກລັດຖະມົນຕີ ສປປ ລາວ ສົມ​ສະຫວາດ​ ​ເລັ່ງສະຫວັດ ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າ​ບັນດາອົງການ​ສາກົນ​ຂອງ 25 ປະ​ເທດ, ​ເຂດ​​ແຄ້ວ​ນ​​ໃນ​ໂລກ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​​ແຄມທະ​ເລ​ຕອນ​ເໜືອ​ພາກ​ກາງ 2012 ຈະ​ແມ່ນ​ໂອກາດ​​ໃຫ້​ແກ່ທົ່ວ​ເຂດ​ເສີມ​ຂະຫຍາຍ​ທ່າ​ໄດ້ປຽບ​ກ່ຽວ​ກັບ​ມໍລະດົກ, ວັດທະນະທຳ ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ພິ​ເສດ, Festival ​ເຫ້ວ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເພື່ອ​ນມິດ​ມາຈາກ 5 ທະວີບ​​ໄດ້ເຕົ້າ​ໂຮມ, ສະ​ແດງ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ, ຈາກ​ນັ້ນ​ເປີດ​ກາລະ​ໂອກາດ​ຮ່ວມ​ມື, ສາມັກຄີມິດຕະພາບ, ພ້ອມ​ກັນ​ສ້າງສາ​ໂລກ​​ແຫ່ງ​ສັນຕິພາບ ​ໂດຍ​ອີງ​​ໃສ່​ພື້ນຖານ​ວັດທະນະທຳ​ທີ່​ມີ​ສີ​ສັນ​ຫຼາກ​ຫຼາຍ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ວ່າ:

“ຍູ້​ແຮງ​ການ​ຕິດ​ພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ຕອນ​ເໜືອ​ພາ​ກກາງ ​ເພື່ອ​ສ້າງ​ກຳລັງ​​ສັງ​ລວມ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ເພື່ອ​ສ້າງ​ຕັ້ງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ລະຫວ່າງ​ເຂດ​ມີ​ກຳລັງ​ແກ້ງ​ແຍ່ງ​ສູງ. ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ເຂດ​​ແຄມທະ​ເລ​ຄຕອນ​ເໜືອ​ພາກ​ກາງ​ຄວນ​ເລັ່ງ​ໃສ່  ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ມູນ​ເຊື້ອ​ປະຫວັດສາດ​ວັດທະນະທຳ​ທີ່​ບໍ່​ມີ​ບ່ອນ​ໃດ​ສາມາດ​ກອບ​ປີ​ໄດ້​ຂອງ​ເຂດ​ດິນ​ແດນ​ວັດທະນະທຳທີ່​ມີມາ​ແຕ່​ດົນ​ນານ, ດ້ວຍ​ບັນດາ​ມໍລະດົກ​ວັ​ດທະ​ນະ​ທຳປະຫວັດສາດ​ທີ່​ມີ​ຊີວິດ​ຊີວາ.”

ພາຍຫຼັງ​ພິທີ​ໄຂ, ຕອນ​ເຊົ້າ​ວັນ​ທີ 8/4, ຢູ່​ຕາ​ແສງ ຖຸຍ​ແທງ, ​ແຂວງ​ເທື່ອ​ທຽວ​ເຫ້ວ ​ໄດ້​ໄຂ​ລາຍການ “​ຕະຫຼາດນັດ​ເຂດ​ບ້ານ​ນາຍາມ​ຈັດ​ງານ​ບຸນ”. ທ່ານ Tran Duy Khanh, ສະມາຊິກ​ຄະນະ​ຈັດ​ຕັ້ງ​ລາຍການ​ຕະຫຼາດນັດ​ເຂດ​ບ້ານ​ນາຍາມ​ຈັດ​ງານ​ບຸນ​ໃຫ້​ຮູ້​ວ່າ:

“ປີ​ນີ້, ພວກ​ເຮົາ​ໄດ້​ປຸກລະ​ດົມທຸກ​ແຫຼ່ງກຳລັງ​ຂອງ​ທ້ອງ​ຖິ່ນ ​ເພື່ອ​ຈັດ​ຕັ້ງ​ຕະຫຼາດນັດ​ເຂດ​ບ້ານ​ນາຍາມ​ຈັດ​ງານ​ບຸນ. ພວກ​ຂ້າພະ​ເຈົ້າ​ກໍ​ລະດົມ​ພໍ່​ແມ່​ປະຊາຊົນ​ທັງ​ໝົດ​ໃນ​ຕະ​ແສງ​ເຂົ້າ​ຮ່ວມ​ງານ​ບຸນ. ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ: ປີ​ນີ້, ​ຕາ​​ແສງ ຖຸຍ​ແທງ​ແມ່ນ​ຈຸດ​ສຸມ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ເພື່ອ​ພັດທະນາ​ການບໍລິການ​ທ່ອງທ່ຽວ”

ຂ່າວ/ບົດ​ອື່ນ