ໄຂ Festival ແຄນຂອງເຜົ່າມົ້ງ ຢູ່ແຂວງ ຮ່າຢາງ ແລະ ງານບຸນອາຫານການກິນ 3 ພາກເໜືອ - ກາງ - ໃຕ້

(VOVWORLD) - ໃນຂອບເຂດເຫດການ, ມີບັນດາການເຄື່ອນໄຫວຄື: ປະກາດບັນຊີລາຍຊື່ 50 ເຍື່ອງອາຫານ, ເຄື່ອງດື່ມທີ່ໄດ້ປຸງແຕ່ງຈາກດອກບັກວິດ; ພົວພັນແລກປ່ຽນກັບບັນດານັກສິລະປິນ, ທົດລອງ
ໄຂ Festival ແຄນຂອງເຜົ່າມົ້ງ ຢູ່ແຂວງ ຮ່າຢາງ ແລະ ງານບຸນອາຫານການກິນ 3 ພາກເໜືອ - ກາງ - ໃຕ້ - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: TTXVN)

Festival ແຄນຂອງເຜົ່າມົ້ງແຂວງ ຮ່າຢາງ ແລະ ງານບຸນວັດທະນະທຳ ອາຫານການກິນ 3 ພາກເໜືອ - ກາງ - ໃຕ້ປີ 2023 ໄຂຂຶ້ນໃນຕອນຄ່ຳວັນທີ 22 ເມສາ, ຢູ່ ສະໜາມຫຼວງ 26 ມີນາ (ແຂວງ ຮ່າຢາງ). ນີ້ແມ່ນຄັ້ງທຳອິດທີ່ງານບຸນວັດທະນະທຳ ອາຫານການກິນ 3 ພາກເໜືອ - ກາງ - ໃຕ້ ໄດ້ຮັບການຈັດຂຶ້ນຢູ່ແຂວງ ຮ່າຢາງ, ສົມທົບກັບ Festival ແຄນຂອງຊາວເຜົ່າມົ້ງ ເພື່ອໃຫ້ປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວ ມີໂອກາດຮູ້ເຖິງວັດທະນະທຳຂອງ 3 ພາກຢູ່ເຂດດິນແດນເໜືອສຸດຂອງປະເທດຊາດ.

        ໃນຂອບເຂດເຫດການ, ມີບັນດາການເຄື່ອນໄຫວຄື: ປະກາດບັນຊີລາຍຊື່ 50 ເຍື່ອງອາຫານ, ເຄື່ອງດື່ມທີ່ໄດ້ປຸງແຕ່ງຈາກດອກບັກວິດ; ພົວພັນແລກປ່ຽນກັບບັນດານັກສິລະປິນ, ທົດລອງ, ເຂົ້າຮ່ວມຂັ້ນຕອນປຸງແຕ່ງອາຫານຢູ່ບັນດາຮ້ານວາງສະແດງທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ… ແຂກທ່ອງທ່ຽວໄດ້ເຫັນປະຈັກຕາງານບຸນ ເກົ່າຕ່າວ, ການສະແດງຟ້ອນແຄນລວມໝູ່ຂອງບັນດານັກສິລະປິນ, ເຕັກນິກການເຮັດແຄນຂອງເຜົ່າມົ້ງ, ຕ່ຳແຜ່ນແພ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ຄື: ຕັດຫຍິບຊຸດອາພອນຂອງຊາວເຜົ່າມົ້ງ, ການຕ່ຳແຜ່ນແພພື້ນເມືອງ, ຊື້ເຄື່ອງຂອງເຊິ່ງເປັນບັນດາຜະລິດຕະພັນກະເສດ, ຊິມເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນໜ້ອຍ ທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຮ່າຢາງ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ