ໄຂ Festival ໝາກພ້າວເບັ໋ນແຈ

ໄຂ Festival ໝາກພ້າວເບັ໋ນແຈ - ảnh 1
ຮູບມັງກອງດ້ວຍໝາກພ້າວ

(vovworld) - ຕອນ​ຄ່ຳ​ວັນ​ທີ 5/4, ຢູ່​ໃຈກາງ​ນະຄອນ​ເບັ໋ນ​ແຈ, Festival ໝາກພ້າວ​ເບັ໋ນ​ແຈ ຄັ້ງ​ທີ 3 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຕີ​ລາຄາ​ສູງ​ການຈັດ​ຕັ້ງ Festival ໝາກພ້າວ​ເບັ໋ນ​ແຈ ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຢັ້ງຢືນ​ບົດບາດ, ທີ່​ຕັ້ງ​ຂອງ​ຕົ້ນ​ໝາກພ້າວ​ຢູ່​ແຂວງ​ເບັ໋ນ​ແຈ ກໍ່​ຄື​ທົ່ວ​ປະ​ເທດ​ທີ່​ມີ​ຕໍ່​ຊີວິດ, ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ສະ​ເໜີ​ໃຫ້​ແຂວງ​ເບັ໋ນ​ແຈ ​ແລະ​ ບັນດາ​ກະຊວງ, ຂະ​ແໜງ​ການ ​ຄວນ​ຂະຫຍາຍເນື້ອ​ທີ່​ປູກ​ໝາກພ້າວ​ຕື່ມ​ອີກ, ຍົກ​ສູງ​ຄຸນ​ນະພາ​ບຕົ້ນ​ໝາກພ້າວ ​ແລະ​ ບັນດາ​ຜະລິດ​ຕະພັນ​ຈາກ​ຕົ້ນ​ໝາກພ້າວ, ນຳ​ມາ​ເຊິ່ງມູນ​ຄ່າ​ສົ່ງ​ອອກ​ສູງ ​ແລະ​ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ.

        ”ຕົ້ນ​ໝາກພ້າວ​ນັບ​ມື້​ນັບ​ສວມ​ບົດບາດ​ສຳຄັນ​​ໃນການ​ພັດທະນາ​ປະ​ເທດ​ຊາດ, ດັ່ງ​ນັ້ນ​ຄວນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຖືກຕ້ອງ. ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ອະນາຄົດ, ພວກ​ເຮົາ​ບໍ່​ພຽງ​ແຕ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮ່ຳຮຽນ​ເອົາ​ບົດຮຽນ​ຂອງ​ບັນດາ​ປະ​ເທດ​ປູກ​ໝາກພ້າວຫຼາຍ, ​ເຮັດ​ໃຫ້​ຕົ້ນໝາກ​ພ້າວ​ມີ​ຫຼາຍ​ປະ​ເພດ ​ແລະ​ ມີ​ປະສິດທິ​ຜົນທາງ​ດ້ານ​ເສດຖະກິດ​ສູງ”.

        ​ປະຈຸ​ບັນ, ແຂວງ​ເບັ໋ນ​ແຈມີ​ເນື້ອ​ທີ່​ປູກ​ຕົ້ນ​ໝາກພ້າວ​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ຜະລິດ​ຕະພັນ​ຈາກ​ຕົ້ນ​ໝາກພ້າວ​ເບັ໋ນ​ແຈ ​ໄດ້​ສົ່ງ​ໄປ​ຂາຍ​ຢູ່ 60 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ. ​ເລື່ອງ​ຈັດ​ຕັ້ງ Festival ໝາກພ້າວ​ລະດັບ​ຊາດຄັ້ງ​ນີ້, ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ​ເບັ໋ນ​ແຈ, ​ແລະ ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກໍ່​ຄື​ທ້ອງ​ຖີ່​ນອື່ນໆ​ໃນ​ທົ່ວ​ປະ​ເທດ ​ໂຄສະນາ​ເຄື່ອງໝາຍ​ບັນດາ​ຜະລິດ​ຕະພັນ​ຈາກ​ຕົ້ນ​ໝາກພ້າວອີກ​ດ້ວຍ.

ຂ່າວ/ບົດ​ອື່ນ