ໄຂ “ຊຸມວັນວັດທະນະທຳ ສ.ເກົາຫຼີຢູ່ໂຫ້ຍອານ ”


ໄຂ “ຊຸມວັນວັດທະນະທຳ ສ.ເກົາຫຼີຢູ່ໂຫ້ຍອານ ” - ảnh 1
ການ​ເຄື່ອນ​ໄຫວຊຸມ​ວັນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ” ຢູ່​ໂຫ້ຍ​ອານ

(vovworld)- ຕອນ​ຄ່ຳ​ວັນ​ທີ 11/3, ລາຍ​ການ “ຊຸມ​ວັນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ” ຢູ່​ໂຫ້ຍ​ອານ, ແຂວງກວາງ​ນາມ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ. ທີ່​ພິ​ທີ​ໄຂ, ທ່ານ​ເອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ Lee Hyuk ໃຫ້​ຮູ້​ວ່າ : ສ.ເກົາຫຼ​ີ ແລະ ຫວຽດ​ນາມ​ ມ​ີ​ສາຍ​ພົວ​ພັນມາ​ແຕ່​ດົນ​ນານ. ພ້ອມ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ​ກໍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້​ວາງ. ສ່ວນ​ທ່ານ ຫງວຽນ​ວັນ​ຊອນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ ໂຫ້ຍ​ອານ, ແຂວງກວາງ​ນາມ​​ໃຫ້​ຮູ້​ວ່າ : (​ເທບ)

    “ ເພື່ອ​ໃຫ້​ຊຸມ​ວັນ​ວັດ​ທະ​ນະ​ທຳ ສ.ເກົາຫຼ​ີ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ດີງ​າມນັ້ນ, ການ​ນຳ​ນະ​ຄອນ ໂຫ້ຍ​ອານ ພ້ອມ​ກັບແຂວງກວາງ​ນາມ ແລະ ຝ່າຍ ສ.ເກົາຫຼີ ໄດ້​ແລກ​ປ່ຽນ​ເປັນ​ປະ​ຈຳ​ເພື່ອ​ເປັນ​ເອ​ກະ​ພາບ​ລາຍ​ການ ແລະ ບັນ​ດາ​ການ​ເຄຶ່ອນ​ໄຫ​ວປະ​ຈຳ​ໃນ​ວັນ​ທີ 11 ແລະ 12/3 ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ, ປະ​ທັບ​ໃຈຫຼາຍ​ຢ່າງ​ເຊັ່ນ ການ​ສະ​ແດງ​ໂຄມ​ໄຟ, ສະ​ແດງ​ສິ​ລະ​ປະຂອງ ສ.ເກົາຫຼີ ແລະ ການ​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຂອງ ສ.ເກົາຫຼີ...​ ”

ຂ່າວ/ບົດ​ອື່ນ