ໄຂ “ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນິງ”

(VOVWORLD) -ຕອນຄ່ຳວັນທີ 28 ເມສາ, ຢູ່ແຄມອ່າວຮ້າລອງ, ໄດ້ດຳເນີນພິທີໄຂ ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນິງ” ແລະ ລາຍການ Carnaval ຮ້າລອງ ດ້ວຍຫົວຂໍ້ວ່າ “ຮ້າລອງ, ມໍລະດົກ - ຈຸດນັດພົບທີ່ສະໜິດສະໜົມ”.
ໄຂ “ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນິງ” - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີໄຂ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກເຖິງບົດບາດຂອງທ່ອງທ່ຽວໃນການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ ແລະ ການຈັດຕັ້ງປີທ່ອງທ່ຽວແຫ່ງຊາດກໍ່ແມ່ນກາລະໂອກາດສຳຄັນເພື່ອແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳແມ່ນວັດຖຸ ແລະ ບໍ່ແມ່ນວັດຖຸ, ຊັບພະຍາກອນ ແລະ ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຊີ້ແຈ້ງວ່າ.

      “ຂ້າພະເຈົ້າປາດຖະໜາວ່າ, ຜ່ານບັນດາເຫດການຂອງປີທ່ອງທ່ຽວແຫ່ງຊາດ 2018, ພວກເຮົາຈະສືບຕໍ່ມີບັນດາບາດກ້າວພັດທະນາສຳຄັນ ແລະ ໝັ້ນຄົງກັບຂະແໜງທ່ອງທ່ຽວ, ການບໍລິການ. ແລະບັນດາຜົນສຳເລັດຂອງທ່ອງທ່ຽວແຂວງກວາງນິງ ໃນການດຶງດູດບັນດານັກນົງທຶນທີ່ມີຄວາມສາມາດບົ່ມຊ້ອນເຂົ້າໃນບັນດາຂົງເຂດພື້ນຖານໂຄງລ່າງ, ການບໍລິການຂະແໜງທ່ອງທ່ຽວເຮັດໃຫ້ໂສມໜ້າຂະແໜງທ່ອງທ່ຽວມີການປ່ຽນແປງ, ເຊິ່ງແມ່ນບົດຮຽນອັນລ້ຳຄ່າໃຫ້ຫຼາຍທ້ອງຖິ່ນໃນທົ່ວປະເທດຮ່ຳຮຽນຕາມ. ກວ໋າງນິງ ບັນລຸໄດ້ບັນດາຜົນງານໃນເບື້ອງຕົ້ນ ໃນການມຸ່ງໄປເຖິງການພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ, ແມ່ນຂະແໜງເສດຖະກິດປາຍແຫຼມ, ແມ່ນກຳລັງພັດທະນາເສດຖະກິດຂອງແຂວງ”.

      ພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຕິດພັນກັບເວທີປາໄສທ່ອງທ່ຽວອາຊຽນ 2019 ຈະດຳເນີນຢູ່ນະຄອນກວ໋າງນິງ ໃນເດືອນ ມັງກອນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ