ໄຂ ວັນ​ບຸນດອກ​ບົວ​ຢູ່​ຮ່າ​ໂນ້ຍດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ

(VOVWORLD) - ໂດຍໄດ້ດຳເນີນແຕ່ປັດຈຸບັນ ຮອດວັນທີ 16 ກໍລະກົດ, ວັນບຸນໄດ້ໄຂຂຶ້ນດ້ວຍການເຄື່ອນໄຫວ, ລາຍການສະແດງສິລະປະທີ່ພົ້ນເດັ່ນ ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ. 
ໄຂ ວັນ​ບຸນດອກ​ບົວ​ຢູ່​ຮ່າ​ໂນ້ຍດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ - ảnh 1ບັນດາຜູ້ແທນ ເຂົ້າຮ່ວມພິທີໄຂວັນບຸນ (ພາບ: VOV5)
“ວັນບຸນດອກບົວຮ່າໂນ້ຍ ແລະ ແນະນຳຜະລິດຕະພັນ OCOP ຕິດພັນກັບວັດທະນະທຳບັນດາແຂວງເຂດພູສູງທາງທິດເໜືອ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 12 ກໍລະກົດ, ຢູ່ສະຖານທີ່ວັດທະນະທຳປະດິດຄິດສ້າງ ໄຕໂຮ່, ຖະໜົນ ລາກລອກກວນ, ຮ່າໂນ້ຍ. ໂດຍໄດ້ດຳເນີນແຕ່ປັດຈຸບັນ ຮອດວັນທີ 16 ກໍລະກົດ, ວັນບຸນໄດ້ໄຂຂຶ້ນດ້ວຍການເຄື່ອນໄຫວ, ລາຍການສະແດງສິລະປະທີ່ພົ້ນເດັ່ນ ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.   ກ່າວຄຳເຫັນໄຂວັນບຸນ, ທ່ານ ຫງວຽນແທັ້ງກວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ນະຄອນຮ່າໂນ້ຍ ພວມສຸມໃສ່ຜັນຂະຫຍາຍຕົ້ນດອກບົວຄືສ່ວນໜຶ່ງໃນຍຸດທະສາດສ້າງໂຄງປະກອບຂະແໜງກະສິກຳຕິດພັນກັບການພັດທະນາກະສິກຳເຂດຕົວເມືອງ ແລະ ການທ່ອງທ່ຽວຄືນໃໝ່. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນການຫັນປ່ຽນຜົນລະປູກ ແລະ ສັດລ້ຽງ ເພື່ອປັບໃຫ້ເໝາະສົມກັບວິວັດການຫັນເປັນຕົວເມືອງ ແລະ ກໍ່ສ້າງຕົວເມືອງທີ່ມີລະບົບນິເວດແບບຍືນຍົງ.

ໃນລາຍການ, ຄະນະຈັດຕັ້ງ ຈະມອບລາງວັນໃນການແຂ່ງຂັນພາບຖ່າຍ “ນາງງາມເສື້ອຍາວ ແລະ ດອກບົວ; ມອບສອງລະດັບສະຖິຕິນັ້ນແມ່ນ ຈຳນວນຜູ້ນຸ່ງຊຸດເສື້ອຍາວທີ່ເປັນມູນເຊື້ອມີລວດລາຍ ດອກບົວຫຼາຍທີ່ສຸດ ຫວຽດນາມ” (1000 ຄົນ) ແລະ ລະດັບສະຖິຕິກ່ຽວກັບຈຳນວນຜູ້ຖີບລົດຖີບຢູ່ ໜອງ ໂຮ່ໄຕ ຫຼາຍທີ່ສຸດ ຫວຽດນາມ (7000 ຄົນ). ເນື່ອງໃນໂອກາດນີ້, ໄດ້ດຳເນີນເຫດການແນະນຳຜະລິດຕະພັນ OCOP ຕິດພັນກັບວັດນະທະທຳ ບັນດາແຂວງເຂດພູສູງທາງພາກເໜືອ ດ້ວຍຮ້ານວາງສະແດງກ່ວາ 100 ຮ້ານທີ່ມາຈາກ 33 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ