ໄຂ “ສັບປະດາວັດທະນະທຳ, ທ່ອງທ່ຽວ - ງານມະໂຫລານອາຫານການກິນທາງພາກໃຕ້ ຫວຽດນາມ”

(VOVWORLD) - ໃນຂອບເຂດເຫດການ, ມີຫຼາຍການເຄື່ອນໄຫວອຸດົມສົມບູນ, ພົ້ນເດັ່ນໄດ້ຖືກຈັດຂຶ້ນ
ໄຂ “ສັບປະດາວັດທະນະທຳ, ທ່ອງທ່ຽວ - ງານມະໂຫລານອາຫານການກິນທາງພາກໃຕ້ ຫວຽດນາມ” - ảnh 1(ພິທີໄຂສັບປະດາ)

        ຕອນຄ່ຳວັນທີ 21 ພະຈິກ, ຢູ່ແຂວງ ຈ່າວິງ, ຄະນະກຳມະການປະຊາຊົນແຂວງ ຈ່າວິງ ໄດ້ຈັດພິທີໄຂ “ສັບປະດາວັດທະນະທຳ, ທ່ອງທ່ຽວ - ງານມະໂຫລານອາຫານການກິນທາງພາກໃຕ້ ຫວຽດນາມ ຕິດພັນກັບງານບຸນ Ok om bok ແຂວງ ຈ່າວິງ ປີ 2023”. ນີ້ແມ່ນເຫດການເພື່ອໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງທ້ອງຖິ່ນ, ພ້ອມທັງເສີມຂະຫຍາຍ, ອະນຸລັກຮັກສາຄຸນຄ່າວັດທະນະທຳເຜົ່າ ຂະແມ.

        ໃນຂອບເຂດເຫດການ, ມີຫຼາຍການເຄື່ອນໄຫວອຸດົມສົມບູນ, ພົ້ນເດັ່ນໄດ້ຖືກຈັດຂຶ້ນ, ຄື: ເຂດວາງສະແດງເຂົ້າໜົມພື້ນເມືອງ ແລະ ອາຫານການກິນທາງພາກໃຕ້ ຫວຽດນາມ; ຈັດງານຕະຫຼາດນັດສົ່ງເສີມການຄ້າ, ຜະລິດຕະພັນອຸດສາຫະກຳຊົນນະບົດ ແລະ ຜະລິດຕະພັນທ້ອງຖິ່ນ (OCOP); ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ… ທ່ານ ເລແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຈ່າວິງ, ໃຫ້ຮູ້ວ່າ:

        “ສັບປະດາວັດທະນະທຳ, ທ່ອງທ່ຽວ, ງານມະໂຫລານອາການການກິນທາງພາກໃຕ້ ຫວຽດນາມ ຕິດພັນກັບງານບຸນ Ok om bok ແມ່ນເພື່ອແນໃສ່ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າສ່ວນໜ້ອຍເວົ້າລວມ, ຊາວເຜົ່າ ຂະແມ ໃນບໍລິເວນແຂວງເວົ້າສະເພາະ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໄດ້ພົບປະ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ຈຳໜ່າຍຜະລິດຕະພັນ”.

        ສັບປະດານີ້ຈະຈັດຂຶ້ນຮອດວັນທີ 27 ພະຈິກ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ