ໄຂ “ສັບ​ປະ​ດາ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຢູ່ ກວ໋າງ​ນາມ, ໂຮ້ຍ​ອານ 2021”

(VOVWORLD) -ຕອນຄ່ຳວັນທີ 10 ເມສາ, ຢູ່ນະຄອນ ໂຮ້ຍອານ (ແຂວງ ກວ໋າງນາມ) ໄດ້ໄຂລາຍການ “ສັບປະດາວັດທະນະທຳ ສ.ເກົາຫຼີ ຢູ່ ກວ໋າງນາມ, ໂຮ້ຍອານ ປີ 2021” ຂຶ້ນຢ່າງຟົດຟື້ນມ່ວນຊື່ນ ໂດຍມີການປະກອບສ່ວນຂອງບັນດານັກສິລະປິນທີ່ມີຊື່ສຽງຂອງ ສ.ເກົາຫຼີ ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈຳນວນຫຼາຍ.
ໄຂ “ສັບ​ປະ​ດາ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຢູ່ ກວ໋າງ​ນາມ, ໂຮ້ຍ​ອານ 2021” - ảnh 1ລາຍການສະແດງສິລະປະຈາກນັກສິລະປິນ ສ:ເກົາຫຼີ ໃນພິທີໄຂ 

 ກ່າວຄຳເຫັນທີ່ພິທີ, ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ແລະ ສ.ເກົາຫຼີ ພວມພ້ອມກັນເພີ່ມພູນຄູນສ້າງອະນາຄົດໃຫ້ສົດໃສກວ່າ.

        “ເຫດການດັ່ງກ່າວ ແມ່ນສັນຍະລັກໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບທີ່ເລິກເຊິ່ງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃກ້ຈະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ. ຂ້າພະເຈົ້າຫວັງວ່າ ເຫດການຄັ້ງນີ້ ຈະກາຍເປັນຄວາມຊົງຈຳທີ່ມີຄວາມສຸກ, ຄວາມມ່ວນຊື່ນກັບປະຊາຊົນ ກວ໋າງນາມ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກເພື່ອເຊື່ອມຕໍ່ຕະຫຼາດທ່ອງທ່ຽວ ລະຫວ່າງສອງປະເທດ, ພິເສດແມ່ນການມາທ່ຽວໂຮ້ຍອານ ພາຍຫຼັງໂລກລະບາດໂຄວິດ - 19.”

ຕອບກັບ

ຂ່າວ/ບົດ​ອື່ນ