ໄຂCarnavalຮ້າລອງ 2015ດ້ວຍຫົວຂໍ້ວ່າ“ເຕົ້າໂຮມຈຸດຍອດຍິ່ງ-ແຜ່ຂະຫຍາຍຮອຍຍິ້ມ”

ໄຂCarnavalຮ້າລອງ 2015ດ້ວຍຫົວຂໍ້ວ່າ“ເຕົ້າໂຮມຈຸດຍອດຍິ່ງ-ແຜ່ຂະຫຍາຍຮອຍຍິ້ມ” - ảnh 1
ພາບ​ປະ​ກອບ

(vovworld) – Carnaval ຮ້າ​ລອງ ປີນີ້​ມີ​ການ​ປ່ຽນ​ໃໝ່​ຈາກ​ເນື້ອ​ໃນ, ແນວ​ຄິດ​ເຖິງ​ຮູບ​ແບບ​ການ​ສະ​ແດງ. ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ​ໄດ້​ດຳ​ເນີນ​ໄປ​ໃນ​ເວ​ທີ​ສະ​ແດງ ແລະ ໃນ​ຖະ​ໜົນ​ຫົນ​ທາງ​ມີ​ຄວາມ​ຍາວ 1 ກມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນກ່​ວາ 2.700 ຄົນ​ຕາງ​ໜ້າ​ໃຫ້​ບັນ​ດາ​ຂະແໜງ​ການ, ທ້ອງ​ຖິ່ນ, ຊົນ​ເຜົ່າ​ໃນ​ແຂວງ, ພ້ອມ​ກັບ​ການ​ສົມ​ທົບ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ມາ​ຈາກ​ບັນ​ດາ​ຄະ​ນະ​ສິ​ລະ​ປະກອນ​ຕ່າງ​ປະ​ເທດ.

      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ Carnaval ຮ້າ​ລອງ ໃນ​ຕອ​ນ​ຄ່ຳ​ວັນ​ທີ 8/5, ທ່ານ ດັ້ງ​ຮູຍ​ເຮົ້າ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນີງ ເນັ້ນ​ໜັກ​ວ່າ:

      “ດ້ວຍ​ຫົວ​ຂໍ້​ວ່າ “ເຕົ້າ​ໂຮມ​ຈຸດຍອດ​ຍິ່ງ - ແຜ່​ຂະ​ຫຍາຍ​ຮອຍຍິ້ມ”, ກວາ​ງ​ນີງ ຫວັງ​ວ່າ​ຈະ​ນຳ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ​ບັນ​ດາຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ນ້ຳ​ໃຈ​ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດ​ິ​ດ​ສ້າງ​ຂອງ​ເຂດ​ດິນ​ແດນ ແລະ ປະ​ຊາ​ຊົນ ກວາງ​ນີງ. ພວ​ກ​ຂ້າ​ພະ​ເຈົ້າ​ຢາກ​​ແນະນຳ​ມາ​ພາບ​ພົດ​ຊາວ ກວາງ​ນີງ ສະ​ໜິດ​ສະ​ໜົມ, ຮ​ັກ​ແພງ​ແຂກ​ຄົນ, ຍາມ​ໃດ​ກໍ່​ຕ້ອນ​ຮັບ​ເພື່ອນ​ມິດ, ແຂກ​ທ່ອງ​ທ່ຽວ​ດ້ວຍ​​ຄວາມ​ຈິງ​ໃຈ, ເພື່ອ​ສະ​ແດງ​ໃຫ​້​ເຫັນ​ວ່າ: ຍາມ​ໃດ ກວາງ​ນີງ ກໍ່​ແມ່ນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ໃຈ.”

 


ຂ່າວ/ບົດ​ອື່ນ