ໄຂFestival ເຫ້ວ ຄັ້ງທີ X ປີ 2018

(VOVWORLD) -ພິທີໄຂ Festival ເຫ້ວ ຄັ້ງທີ X  ປີ 2018 ດຳເນີນໃນເວລາ 20 ໂມງ ຂອງວັນທີ 27ເມສາ ປີ 2018 ຢູ່ ສະຫນາມຫລວງ ງໍ້ມົນ ເປີດສາກໃຫ້ແກ່ ກວ່າ 100 ເຫດການວັດທະນະທຳສິລະປະຂອງ Festival ເຫ້ວປີ 2018 ຊື່ງຖືກຈັດຂຶ້ນແຕ່ວັນທີ 27 ເມສາ ຮອດວັນທີ 2 ພຶດສະພາ ຢູ່ ນະຄອນ ເຫ້ວ.
ໄຂFestival ເຫ້ວ ຄັ້ງທີ X ປີ 2018 - ảnh 1 ພີທີບູຊາ ຢູ່ເວທີນາມຢາວ 

ລາຍການສະແດງສິລະປະໃນພິທີໄຂ Festival ຈະສຸມໃສ່ສີສັນວັດທະນະທຳສິລະປະພື້ນເມືອງຂອງຊາດ, ໃນນັ້ນ ມີສິລະປະພື້ນເມືອງຂອງ ເຫ້ວ, ສົມທົບກັບບັນດາປະເພດສິລະປະຍຸກສະໄຫມຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ເພີ່ມທະວີການໂຄສະນາ ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ພາບພົດ ແລະ ປະເທດຊາດ, ຊາວຫວຽດນາມ ແລະ ຊາວ ເຫ້ວ. ໃນຂອບເຂດບັນດາການເຄື່ອນໄຫວຕົ້ນຕໍຂອງ Festival  ປີ 2018 ນັ້ນ, ຮຸ່ງເຊົ້າວັນທີ 27 ເມສາ, ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງພີທີບູຊາ ຢູ່ເວທີນາມຢາວ ເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານສົມບູນພູນສຸກ.  ບັນດາການເຄື່ອນໄຫວວັດທະນະທຳສິລະປະໃນຂອບເຂດ Festival ເຫ້ວປີ 2018 ກໍ່ໄດ້ດຳເນີນຢູ່ຫລາຍບ່ອນໃນທົ່ວນະຄອນເຫ້ວໃນມື້ດຽວກັນ. ທ່ານ ຮີ່ງຕຽນດາດ, ຮອງຜູ້ອຳນວຍການສູນ Festival  ເຫ້ວ ໃຫ້ຮູ້ວ່າ:

        “Festival  ເຫ້ວ ປີ 2018 ໄດ້ເຕົ້າໂຮມບັນດາລາຍການທີ່ເປັນເອກະລັກສະເພາະເຕັມໄປດ້ວຍສີສັນວັດທະນະທຳສິລະປະພົ້ນເດັ່ນຂອງຫວຽດນາມ ແລະ 19 ປະເທດໃນໂລກເຂົ້າຮ່ວມ. ໃນນັ້ນ ມີນັກສິລະປິນຫລາຍຄົນ ແມ່ນບັນດາຜູ້ທີ່ມີຊື່ສຽງໃນໂລກ.”

        ຄາດວ່າ ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ປະມານ 250.000- 300.000 ເທື່ອຄົນເຂົ້າຮ່ວມ Festival.

ຕອບກັບ

ຂ່າວ/ບົດ​ອື່ນ