ໄຂFestivalຊຸດເສື້ອຍາວຮ່າໂນ້ຍ


ໄຂFestivalຊຸດເສື້ອຍາວຮ່າໂນ້ຍ - ảnh 1
ໄຂFestivalຊຸດເສື້ອຍາວຮ່າໂນ້ຍ

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ສິ່ງຍອດ​ຍິ່ງຊຸດ​ເສື້ອ​ຍາວ​ຫວຽດ​ນາມ”, Festival ເສື້ອ​ຍາວ ຮ່າ​ໂນ້ຍ ປີ 2016 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/10, ຢູ່​​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານພະ​ລາດ​ຊະ​ວັງ ທັງ​ລອງ. ນີ້​ເປັນ​ຄ​ັ້ງ​ທຳ​ອິດ​ງານ​ບຸນ​ໃຫຍ່​ກ່ຽວ​ກັບ​ເສື້ອ​ຍາວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເຊີດ​ຊ​ູ​ບັນ​ດາ​ຄວາມ​ງາມ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ຊາດ ຫວຽດ​ນາມ ເວົ້າ​ລວມ ແລະ ສີ​ມື​ຂອງ​ຊາວ ທັງ​ລອງ - ຮ່າ​ໂນ້ຍ ​ແຫ່ງອະ​ລະ​ຍາ​ທຳ​ນັບ​ພັນ​ປີ​ເວົ້າ​ສະ​ເພາະ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ລາຍ​ການ. ເຂົ້າ​ຮ່ວມ Festival ເສື້ອ​ຍາວ, ນັກ​ອອກ​ແບບ ຢ​ວຽນ​ເຮືອງ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​​ວັດ​ຖຸເອ​ກະ​ສານ​​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ຮ່າ​ໂນ້ຍ ໃນ​ຊຸມ​ປີ 40 ຂອງ​ສະ​ຕະ​ວັດ​ກ່ອນ ດ້ວຍ​ບັນ​ດາ​ຮູບ​ພາບ​ທີ່​ດີ​ງາມ​ທີ່​ສຸດ. ກ່ອນ​ປີ 1940 1945, ໂສ້ງ​ເສື້ອ​ທີ່​ຊາວ ຫວຽດ​ນາມ ນຸ່ງ​ສ່ວນຫຼາຍ​ມີ​ສີ​ຂາວ, ດຳ,  ສີ​​ເທົ່າ ແລະ ບາງ​ສີ​ສັນ​ອື່ນ​ມີ​ລັກ​ສະ​ນະ​ຂອງ​ພະ​ລາດ​ຊະ​ວັງ. ປະ​ຈຸ​ບັນ, ບັນ​ດາ​ຊຸດ​ເສື້ອ​ຍາວ​ໄດ້​ສະ​ແດງ​ຢູ່​ທີ່ນີ້ບໍ່​ພຽງ​ແຕ່​ມີ​ບັນ​ດາ​ສີ​ສັນ​ດັ່ງ​ກ່າວ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​​ໄປຕາມ​ທ່າ​ອ່ຽງ​ຂອງ​ສະ​ຕະ​ວັດ​ທີ 21 ອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ