ໄຂFestivalຊາໄທງວຽນ, ຫວຽດນາມຄັ້ງທີ2ປີ 2013

ໄຂFestivalຊາໄທງວຽນ, ຫວຽດນາມຄັ້ງທີ2ປີ 2013 - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມພິທີໄຂ

(vovworld) – ພິທີ​ໄຂ Festival ຊາ​ໄທ​ງວຽນ, ຫວຽດນາມ​ຄັ້ງທີ 2​ ປີ 2013 ​ໄດ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 9/11, ຢູ່​ເຂດ​ທ່ອງ​ທ່ຽວ​ໜອງ ນຸ໋ຍກົກ, ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. Festival ​ແມ່ນ​ໂອກາດ​ເຊີດ​ຊູ​ຕົ້ນ​ຊາ, ຜູ້​ປູກ, ປຸງ​ແຕ່ງຊາ ​ແລະ ສ້າງ, ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​ບັນດາ​ຜະລິດ​ຕະພັນ​ຊາ, ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ມີ​ຮູບ​ຮ່າງ, ບໍ່​ມີ​ຮູບ​ຮ່າງ​ຂອງ​ຊາ ​ໄທ​ງວຽນ, ຊາ ຫວຽດນາມ.

        ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຊື່ອ​ໝັ້ນ​ວ່າ: ຂະ​ແໜງ​ຊາ ຫວຽດນາມ ​ເວົ້າ​ລວມ ​ແລະ ຊາ ​ໄທ​ງວຽນ ​ເວົ້າ​ສະ​ເພາະ​ຈະ​ສືບ​ຕໍ່​ພັດທະນາ, ນັບ​ມື້​ນັບ​ມີ​ຫຼາຍ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ທີ່​ມີ​ຊື່​ສຽງ​ໃນ​ຕະຫຼາ​ດ​ໂລກ. ວັດທະນະທຳ ຫວຽດນາມ ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຍາກ​ທີ່​ຈະ​ຫຼົງ​ລື່ມ​​ໄດ້ໃນ​ໃຈ​ຂອງ​ແຂກ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ​​ໂດຍໄດ້​ຮັບ​ການ​ດົນ​ບັນດານ​ຈາກ​ທຳ​ມະ​ຊາດ, ອາກາດ​ແທດ​ເໝາະ​​ເພື່ອ​ໃຫ້​ຕົ້ນ​ຊາ​​ເຕີບ​ໂຕ, ປະຈຸ​ບັນ, ຜະລິດ​ຕະພັນ​ຊາ ​ໄທ​ງວຽນ ​ໄດ້​ປະກົດ​ຕົວ​ຢູ່​ເກືອບ​ທັງ​ໝົດ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ​ໄດ້​ສົ່ງອອກ​​ໄປ​ຍັງບາງ​ຕະຫຼາດ​ສາກົນ. ປະລິມານ​ຊາ​ສົ່ງ​ອອກ​ຂອງ​ແຂວງ ​ໄທ​ງວຽນ​ກວມ 1/5 ຍອດ​ວົງ​ເງິນ​ສົ່ງ​ອອກ​ຊາ​ຂອງ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ