ໄຂFestivalດອກໄມ້ດ່າລາດ2015

ໄຂFestivalດອກໄມ້ດ່າລາດ2015 - ảnh 1
ໄຂ Festival ດອກໄມ້ ດ່າລາດ 2015
(ພາບ: news.zing)


(vovworld) –​ ຕອນ​ຄ່ຳ​ວັນ​ທີ 29/12, ຢູ່​ນະ​ຄອນ​ດ່າ​ລາດ, ແຂວງ ເລີມ​ດົ່ງ, Festival ດອກ​ໄມ້ ​ດ່າ​ລາດ ຄັ້ງ​ທີ 6 ປີ 2015 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວ​ຂໍ້​ວ່າ “ດ່າລາດ ແຫ່ງມວນ​ມາ​ລາ​ຫຼາກ​ຫຼາຍ​ສີ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ອວງ​ຈູລິວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ.

      “Festival ດອກ​ໄມ້ ​ດ່າ​ລາດ ໄດ້​ກາຍ​ເປັນ​ເຫດ​ການ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽ​ວ​ລະ​ດັບ​ຊາດ, ​ແມ່ນຈຸດ​ພົ້ນ​ເດັ່ນ​ສຳ​ຄັນ​ເພື່ອ​ໃຫ້​ນະ​ຄອນດອກ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຂອງ​ເຂ​ດ​ດິນນີ້ ​​ເຊິ່ງ​ເປັນ​ທິ່​ຮູ້​ຈັກ​ກັນ​ດີ​ຂອງ​ບັນ​ດາ​ເພື່​ອນ​ທິດ​ທັງ​ຢູ່​ໃກ້ ແລະ ໄກ​​. ​ພ້ອມ​ທັງ​ກ​ໍ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ ແລະ ຮຽກ​ຮ້ອງ​ການ​ລົງ​ທຶນ​ພັ​ດ​ທະ​ນາ​ຂະ​ແໜງ​ອາ​ຊີບ, ​ການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ​ການສົ່ງ​ອອກ​ດອກ​ໄມ້​ຂອງ​ນະ​ຄອນ​ດ່າ​ລາດ, ແຂວງ ເລີມ​ດົ່ງ ກໍ່​ຄື​ບັນ​ດາແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ແມ່ນ​ສະ​ຖານ​ທີ່​ດູ​ດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ເຊິ່ງ​ແມ່ນ​ເງື່ອນ​ໄຂ​ເພື່ອ​ຊຸກ​ຍູ​້​ການ​ທ່ອງ​ທ່ຽວ​ຂອງ​ດ່າ​ລາດ ໃຫ້​ພັດ​ທະ​ນາ”.

      ທີ່​ພິ​ທີ​ໄຂ, UNESCO ໄດ້​ມ​ອບ​ໃບ​ຢັ້ງ​ຢືນ​ເຂດ​ນິ​ເວດ​ວິ​ທະ​ຍາ Lang Biang ຂຶ້ນ​ກັບ​ແຂວງ​ເລີມ​ດົ່ງ ແມ່ນ​ເຂດ​ນິ​ເວດ​ວິ​ທະ​ຍາ​​ໂລກທີ 9 ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ