ໄຂfestivalເຫ້ວ2016:ງານລ້ຽງຂອງສີລະປະດ້ວຍຫຼາຍສີສັນ

ໄຂfestivalເຫ້ວ2016:ງານລ້ຽງຂອງສີລະປະດ້ວຍຫຼາຍສີສັນ - ảnh 1
ພິທີ​ໄຂ Festival ​ເຫ້ວ 2016
(ພາບ: tuoitre.vn)

(vovworld) – ພິທີ​ໄຂ Festival ​ເຫ້ວ 2016 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 29/4, ຢູ່​ສະໜາ​ມຫຼວງ ງໍ້​ມົນ, ນະຄອນ ​ເຫ້ວ, ​ແຂວງ ​ເທື່ອ​ທຽນ​ເຫ້ວ, ດ້ວຍ​ຫົວ​ຂໍ້ “710 ປີ ທ້ວນຮ໋ວາ - ຟູ໋ຊວນ - ​ເທື່ອ​ທຽນ​ເຫ້ວ. ​ມໍລະດົກ​ວັດທະນະ​ທຳ​ດ້ວຍ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ.

      ກ່າວ​ຄຳ​ເຫັນ​ໄຂ Festival ​ເຫ້ວ 2016, ທ່ານ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢັ້ງຢືນ​ວ່າ: Festival ​ເຫ້ວ ​ໄດ້​ກາຍ​ເປັນ​ເຫດການ​ວັດທະນະທຳ​ຂະໜາດ​​ໃຫຍ່ ​ແລະ ງານ​ບຸນ​ທີ່​ເປັນ​ເອກະ​ລັກສະ​ເພາະ​ປະຈຳ​ປີ ທີ່​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຫາງ​ສຽງ ​ແລະ ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທີ່​ມາ​ຈາກທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ກໍ່​ຄື​ແຂກ​ສາກົນ. ​ເຫດການ​ນີ້​ຈະ​ນັບ​ມື້​ນັບ​ສົ່ງ​ສານ, ພາບ​ພົດ ​ແລະ ຄຸນຄ່າ ຫວຽດນາມ ​​ໄປ​ຍັງ​ໂລກ​ຢ່າງ​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​​ເຮັດ​ໃຫ້​ປະ​ເທດ​ຊາດ, ປະຊາຊົນ​ຍັບ​ມໍ່​​ເຂົ້າ​ກັນ​ກ່ວາ, ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ວັດ​ຖະນາ​ຖາວອນ. Festival ​ເຫ້ວ 2016 ຖືກ​ດຳ​ເນີນ​ໄປ​ໃນ​ລະຫວ່າງວັນ​ທີ 29/4 – 4/5.


ຂ່າວ/ບົດ​ອື່ນ