ໄຂOlympic Sochi 2014

ໄຂOlympic Sochi 2014 - ảnh 1
ສະໜາມກິລາ Fisht Olympic ຢູ່ນະຄອນ Sochi
(ພາບ: thanhnien.com)


(​vovworld) – ​ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ​ລະດູ​ໜາວ 2014 ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 7/2 ຢູ່​ນະຄອນ Sochi, ສະຫະພັນ ລັດ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 40.000 ຄົນ. ທ່ານ​ປະທານາທິບໍດີ ປະ​ເທດ​​ເຈົ້າພາບ Vladimir Putin ກໍ່​ເຂົ້າ​ຮ່ວມ​ເພື່ອ​ແນ​ໃສ່​ລົບ​ລ້າງ​ບັນດາ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໄພ​ກໍ່​ການ​ຮ້າຍ​ທີ່​​ເລັ່ງໃສ່​ເຫດການ​ກິລາ​ຂະໜາດ​ໃຫຍ່​ນີ້. ພິທີ​ໄຂ​ຖືກ​ດຳ​ເນີນ​ໄປ​ເປັນ​ເວລາ 3 ຊົ່ວ​ໂມງ. ມີ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ປະມານ 37.000 ຄົນ​ໄດ້​ດຳ​ເນີນ​ງານ​ໃນ​ສະພາບ​ເຕືອນ​ໄພ​ສູງ, ພາຍຫຼັງບັນດາ​ຄຳ​ນາບ​ຂູ່​ຈາກ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຊາວ​ອິ​ດສະ​ລາມ, ທີ່​ມີ​ຖານ​ທີ່​ໝັ້ນ​ຢູ່​ທາງ​ທິດ​ເໜືອ Caucasus. ​ເຖິງ​ວ່າ​ໄດ້​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ຢູ່ອ້ອມ​​ສະຖານ​ທີ່​ແຂ່ງຂັນ​​ແລ້ວ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ລັດ​ເຊຍ ຍັງ​ມີ​ຄວາມ​ວິຕົກ​ວັງ​ວົນ​​ເພາະແມ່ຍິງ​ຄົນ​ໜຶ່ງທີ່​ສົງ​ໃສ​ວ່າ​ມີ​ແຜນການວາງ​ລະ​​ເບີດ​ສະຫຼະ​ຊີບ​ໄດ້ຫລຸດ​ຜົ້ນ​ອອກ​ຈາກ​ການ​ຕິ​ດຕາມ​ກວດກາ. ​ໃນ​ຂະນະ​ນັ້ນ, ບັນດາ​ນັກ​ໄຈ້​ແຍກ​ປ້ອງ​ກັນ​ຄວາມ​ສະຫງົບ​ເຊື່ອ​ໝັ້ນ​ວ່າ ​ເຫດບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍທີ່​ຄ້າຍຄື​ກັນ​ອາດຈະ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ​ໜຶ່ງ​ໃນ​ປະ​ເທດ​ລັດ​ເຊຍ, ​ເພື່ອ​ແນ​ໃສ່​ທຳລາຍ​ອິດທິຜົນ​ຊື່​ສຽງ​ຂອງ​ທ່ານ​ປະທານາທິບໍດີ Putin, ກໍ່​ຄື​ນາບ​ຂູ່​ຜົນສຳ​ເລັດ​ຂອງ Olympic ລະດູ​ໜາວ Sochi 2014.

ຂ່າວ/ບົດ​ອື່ນ