ໄຂກອງປະຊຸມ ບັນດາເຂດສວນສາທາລະນະວິທະຍາ ສາດອາຊີ 2012

ໄຂກອງປະຊຸມ ບັນດາເຂດສວນສາທາລະນະວິທະຍາ ສາດອາຊີ 2012 - ảnh 1
ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ເຂດ​ສວນສາທາລະນະ​
ວິທະຍາສາດ​ອາຊີປີ 2012
(ພາບ: congan.com.vn)

(vovworld) - ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ເຂດ​ສວນສາທາລະນະ​ວິທະຍາສາດ​ອາຊີ  (ASPA) ປີ 2012 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/10 ຢູ່​ນະຄອນ​ໂຮ່ຈີ​ມິນ. ດ້ວຍ​ຫົວ​ຂໍ້​ວ່າ ”ສວນສາທາລະນະ​ວິທະຍາສາດ ​ແລະ ​ເສດຖະກິດ​ຂຽວ”. ກອງ​ປະຊຸມ ASPA 2012 ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ໝວດ​ຫົວ​ເລື່ອງ​ຄື: ນະ​ໂຍບາຍ​ພັດທະນາ; ການ​ຮ່ວມ​ສຳພັນ ​ແລະ ການ​ຮ່ວມ​ມື; ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ເຕັກ​ໂນ​ໂລ​ຢີສູງ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Nguyen Quan, ລັດຖະມົນຕີ​ວ່າການກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຫວຽດນາມ, ​ເນັ້ນ​ໜັກ​ວ່າ:

        ”ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ແບ່ງປັນ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຮ່ວມ​ມື​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ສູງ ​ແລະ ສວນສາທາລະນະ​ວິທະຍາສາດ​ອາຊີ. ການພັດທະນາ​ຢ່າງ​ໝັ້ນຄົງ​ແມ່ນ​ທ່າ​ອ່ຽງທີ່​ຈຳ​ເປັນ​ ແລະ ​ແມ່ນ​ເປົ້າ​ໝາຍ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ​. ​ໃນ​ຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢື​ເຖິງ​ປີ 2012, ຄຸນຄ່າ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຢີສູງ ​ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ຈະ​ກວມ​ເອົາ 40% ຄຸນຄ່າ​ການ​ຜະລິດ​ອຸດສາຫະກຳ​ຂອງ​ຫວຽດນາມ. ບັນດາ​ຫົວ​ເລື່ອງ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ດ້ວຍ​ທ່າ​ອ່ຽງພັດທະນາ​ລວມຂອງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີຫວຽດນາມ ​ແລະ ​ໂລກ”.

 

ຂ່າວ/ບົດ​ອື່ນ