ໄຂ​ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ​ບໍ່​ເປັນ​ທາງ​ການ

(VOVWORLD) -  ຕອນເຊົ້າວັນທີ 10 ພະຈິກ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ ຖືກດຳເນີນຕາມຮູບການທາງອອນລາຍ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມ. ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີທຳອິດ, ເປີດສາກໃຫ້ແກ່ຫຼາຍເຫດການກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມອື່ນໆ ໃນລະຫວ່າງວັນທີ 12 – 15 ພະຈິກ.
ໄຂ​ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ​ບໍ່​ເປັນ​ທາງ​ການ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມ (ພາບ: VGP)

 ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ຍັງຄົງມີການຜັນແປຢ່າງສັບສົນ, ອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງ. ເພາະສະນັ້ນ, ບັນດາປະເທດ ອາຊຽນ ຕ້ອງສືບຕໍ່ປະຕິບັດເປົ້າໝາຍສ້າງປະຊາຄົມ ອາຊຽນ 2025. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ສະແດງຄວາມຫວັງວ່າ:

        “ບົນເນື້ອໃນຈິດໃຈການກະທຳສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຂ້າພະເຈົ້າປາດຖະໜາວ່າ ບັນດາທ່ານຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືໃນຕະຫຼອດໄລຍະດຳເນີນກອງປະຊຸມດັ່ງກ່າວ, ກໍຄືກອງປະຊຸມສຳຄັນຈຳນວນໜຶ່ງທີ່ຈະດຳເນີນໃນໄລຍະຈະມາເຖິງ, ພິເສດແມ່ນກອງປະຊຸມສຸດຍອດ ອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ບົນເນື້ອໃນຈິດໃຈນັ້ນ, ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈະປຶກສາຫາລືຢ່າງມີປະສິດທິຜົນເພື່ອຊຸກຍູ້ບັນດາຄວາມສົນໃຈ ແລະ ບຸລິມະສິດຮ່ວມຂອງພວກເຮົາໃຫ້ຫຼາຍກວ່າອີກ”.

        ພາຍຫຼັງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 22. ກອງປະຊຸມດັ່ງກ່າວເພື່ອແນໃສ່ຈຸດປະສົງພິຈາລະນາບັນດາບົດລາຍງານຂອງບັນດາເສົາຄ້ຳ: ການເມືອງ - ຄວາມໝັ້ນຄົງ, ວັດທະນະທຳ - ສັງຄົມ, ເສດຖະກິດ, ຄວາມຄືບໜ້າໃນການສ້າງປະຊາຄົມ ອາຊຽນ; ພິຈາລະນາຄວາມຄືບໜ້າບັນດາຂໍ້ລິເລີ່ມກໍຄືບຸລິມະສິດຂອງ ຫວຽດນາມ ນັບແຕ່ຕົ້ນປີມານີ້.

        ໃນວັນດຽວກັນ ກໍໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບສິນຄ້າທີ່ຈຳເປັນ.


ຕອບກັບ

ຂ່າວ/ບົດ​ອື່ນ