ໄຂກອງປະຊຸມ ສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13

ໄຂກອງປະຊຸມ ສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13 - ảnh 1
ບັນດາສະມາຊິກສະພາແຫ່ງຊາດ ເຂົ້າສຸສານປະທານໂຮ່ຈີມິນ ກ່ອນທີ່ເຂົ້າຮ່ວມພິທີໄຂ
(ພາບ: VGP/Nhật Bắc)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/10, ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເຂົ້າ​ຮ່ວມ​ພິທີ​ໄຂ​ຢູ່ ຮ່າ​ໂນ້ຍ, ມີ​ການ​ນຳ​ຂັ້ນ​ສູງ, ອະດີດ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ຕາງໜ້າ​ບາງ​ຄະນະ​ທູຕາ​ນຸທູດ ​ແລະ ອົງ​ການ​ສາກົນ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ກາງ​ສະ​ໄໝ​ຂອງສະພາ​ແຫ່ງ​ຊາດ ​ແລະ ​ແມ່ນ​ກອງ​ປະຊຸມ​ສຳຄັນ​ພິ​ເສດ. ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ໃຫ້​ຮູ້​ວ່າ:

    “ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຕົກລົງ​ບັນດາ​ເນື້ອ​ໃນ​ສຳຄັນ​ດັ່ງ​ຕໍ່​ໄປ​ນີ້. ທີ 1 ​ແມ່ນ​ຮັບຮອງ​ເອົາຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ​ເພື່ອ​ໃຫ້​ເລື່ອງ​ຮັບຮອງ​ເອົາ​ບັນລຸ​ໄດ້​ໝາກຜົນ​ສູງ, ຮັບປະກັນ​ປ​ະຊາ​ທິປະ​ໄຕ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ​ໃນ​ກອງ​ປະຊຸມ​​ເທື່ອນີ້, ສະພາ​ແຫ່ງ​ຊາດ​ຈະ​ສະຫງວນ​ເວລາ​ເໝາະ​ສົມ​ເພື່ອ​ສືບ​ຕໍ່​ປຶກສາ​ຫາ​ລື​ຢ່າງ​ມີ​ຄວາມປະຊາທິປະ​ໄຕ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ​ເປັນ​ເອກະສັນ​ກັນ​ຢ່າງສູງ​ດ້ວຍ​ຈິດ​ໃຈ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ, ອະທິບາຍ​ຢ່າງ​ລະອຽດບັນດາ​ຄວາມ​ໝາຍ​ທີ່​ໄດ້​ວາງ​ອອກ. ທີ 2 ​ແມ່ນ, ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການພັດທະນາ​ເສດຖະກິດ, ສັງຄົມ ​ແລະ ຄວາມ​ຫວັງ​ຂອງ​ປະຊາຊົນ. ທີ 3 ​ແມ່ນ, ສະພາ​ແຫ່ງ​ຊາດ​ສະຫງວນ​ເວລາ​ເພື່ອ​ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ເສດຖະກິດ, ສັງຄົມ, ງົບປະມານ​ແຫ່ງ​ລັດ​ປີ 2013, ຕົກລົງ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ແຜ​ນງົບປະມານ​ແຫ່ງ​ລັດ​ປີ 2014. ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​​ໄລຍະ 5 ປີ, ການ​ປະຕິບັດ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ”

​ແລະກໍ່​ທີ່​ພິທີ​ໄຂ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຟັງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013, ​ແຜນ​ພັດທະນາ​ເສດຖະກິດ, ສັງຄົມ​ປີ 2014, ສະພາບ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ, ສັງຄົມ 5 ປີ (2011 – 2015).

ໄຂກອງປະຊຸມ ສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13 - ảnh 2
ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21/10
(ພາບປະກອບ)

ແລະ​ກໍ່​ໃນ​ຕອນ​​ເຊົ້າ​ວັນ​ດຽວ​ກັນ, ຫົວໜ້າ​ກຳມາ​ທິການ​ເສດ​ຖະກິດ ທ່ານ ຫງວຽນ​ວັນ​ເຢົາ ​ໄດ້ສະ​ເໜີ​ບົດ​ລາຍ​ງານ​ກວດກາ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ ປີ 2013 ​ແລະ 3 ປີ (2011 – 2013), ​ແຜນ​ພັດທະນາ​​ເສດຖະກິດ - ສັງຄົມ​ປີ 2014. ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​​ເສດຖະກິດ - ສັງຄົມ 3 ປີ (2011 – 2013), ຕາມ​ກຳມາ​ທິການ​ເສດຖະກິດ​ແລ້ວ, ​ເສດຖະກິດ ຫວຽດນາມ ສືບ​ຕໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັຍຄວາມ​ດັ່ນອັນ​ໃຫຍ່​ຫຼວງ​ໃນ​ໄລຍະ​ສັ້ນ ​ແລະ ບໍ່​ທັນ​ກັບ​ຄືນ​ສູ່​ສະພາບ​​ເຕີບ​ໂຕ​ໄວ​ໃນ 1 – 2 ປີ​ຈະ​ມາ​ເຖິງ.

    ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 21/10, ປະທານ​ຄະນະກຳມະການສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ “ສະຫລຸບ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ” ຕໍ່ສະພາ​ແຫ່ງ​ຊາດ. ຕາມ​ນັ້ນ​ແລ້ວ, ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ສະ​ເໜີ​ລັດຖະບານ​ມີ​ມາດ​ຕະການ​ຄຸມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ ​ໂຮງໝໍ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຢຸກຢາ, ລາຄາ​ຢຸກຢາ​ຢ່າງ​ແໜ້ນ​ແຟ້ນ, ​ເຮັດ​ແຈ້ງ​ຄວາມ​ຮັບຜິດ​ຊອບ​ຂອງ​ບັນດາ​ອົງ​ການ​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ສິງ​ແວດ​ລ້ອມ​ບໍ່​ແໜ້ນ​ແຟ້ນ, ​ແກ້​ໄຂ​ບັນດາ​ການ​ກະທຳລະ​ເມີດ​ກໍ່​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ເຖິງ​ສິ່ງ​ແວດ​ລ້ອມ.

    ​ໃນ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່​ງຊາດ​ໄດ້​ປຶກ​ສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ. ບັນດາ​ຄຳ​ເຫັນ​​ໄດ້​ເຕື້ອງ​ເຖິງ​ຫຼາຍ​ໝວດ​ບັນຫາ​ຄື: ພັດທະນາ​ວຽກ​ເຮັດ​ງານ​ທຳ, ຂໍ້​ມູນ​ຂ່າວ​ຕະຫຼາດ​ແຮງ​ງານ, ຄຸມ​ຄອງ​ຄົນ​ງານ.​.​.​

    ຄາດ​ວ່າ, ​ໃນ​ຕອນ​ເຊົ້າ​ວັນ​ທີ 22/10, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ອະທິບາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ສະບັບ​ປັບປຸງ ​ແລະ ​ໃບ​ສະ​ເໜີ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 (ປັບປຸງ​ເມື່ອ​ປີ 2013), ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ປີ 2013.

ຂ່າວ/ບົດ​ອື່ນ