ໄຂກອງປະຊຸມ “ ອາເປັກໃນພາກພື້ນອາຊີ-ປາຊີຝິກຂອງສະຕະວັດທີ 21”.

ໄຂກອງປະຊຸມ “ ອາເປັກໃນພາກພື້ນອາຊີ-ປາຊີຝິກຂອງສະຕະວັດທີ 21”. - ảnh 1
ທ່ານ​ຮອງນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຝ້າ​ມບິງ​ມິນ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ “ ອາ​ເປັກ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຝິກຂອງ​ສະຕະວັດ​ທີ 21”
(ພາບ: .baomoi.com)

(vovworld)- ຕອນ​ເຊົ້າວັນ​ທີ 15/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ແລະ ອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ UNDP ​ໄດ້​ສົມທົບ​ກັນ​​ໄຂ​ກອງ​ປະຊຸມ “ ອາ​ເປັກ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຝິກຂອງ​ສະຕະວັດ​ທີ 21”. ນີ້​ແມ່ນ​ເຫດການ​ລະດັບ​ສູງ​ຄັ້ງ​ທຳ​ອິດ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ ອາ​ເປັກ ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ​ນັບ​ຕັ້ງ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເປັກ 2006 ​ແລະ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເຫ​ດການ​ເປັນ​ຂີດ​ໝາຍ 15 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ນີ້​ຂອງ​ຫວຽດນາມ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ຊີ້​ແຈ້ງວ່າ ​ໃນ​ສະພາບ​ເສດຖະກິດ, ການ​ເມືອງ​ຢູ່​ພາກ​ພື້ນ​ອາຊີ-ປາຊີ​ຝິກ ​ແລະ ​ໃນ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງນັ້ນ, ຍິ່ງ​ກ່ວາ​ເລາ​ໃດ​ໝົດ, ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ເຂົ້າກັນ​ພວມ​ກາຍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ຮີບ​ດ່ວນ​ສຳລັບ​ອາ​ເປັກ. ​ເມື່ອ​ເຕື້ອງ​ເຖິງ​ການ​ເຂົ້າຮ່ວມ​ຂອງ​ຫວຽດນາມ​ໃນ​ອາ​ເປັກ, ທ່ານ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຝ້າ​ມບິງ​ມິນ ຢືນຢັນ​ວ່າ :

   “ ຫວຽດນາມ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ຍຸດ​ທະ​ສາດ​ໃໝ່, ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ. ດັ່ງ​ນັ້ນ, ​ພາກ​ພື້ນ​ອາຊີ-ປາຊີ​ຝິກ​ເວົ້ວລວມ ​ແລະ ​ເວ​ທີ​ປາ​ໄສ​ອາ​ເປັກ​ເວົ້າ​ສະ​ເພາະ ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນພິ​ເສດສຳລັບ​ຫວຽດນາມ. ​ເພາະສະ​ນັ້ນ, ນະ​ໂຍບາຍ​ໃຫຍ່​ຂອງ​ຫວຽດນາມ ​ແມ່ນ​ຮ່ວມ​ມື​ພ້ອມ​ກັບ​ບັນດາ​ສະມາຊິກ​ອາ​ເປັກ​ມຸ່ງ​ໄປ​ສູ່​ການ​ສ້າງ ​ພາກ​ພື້ນ​ອາຊີ-ປາຊີ​ຝິກ​ທີ່​ເຂັ້​ແຂງ​ດ້ວຍ​ຕົນ​ເອງ, ​ເຊື່ອມ​ຈອດ​ກັນ, ພັດທະນາ​ຢ່າງ​ສະ​ເໝີ, ຍຸຕິ​ທຳ ​ແລະ ໝັ້ນຄົງ. ຫວຽດນາມ​ຈະສືບ​ຕໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສຳພັນ​ເສດຖະກິດ​​ແບບຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ສີ​ຢູ່ ​ພາກ​ພື້ນ​ອາຊີ-ປາຊີ​ຝິກ, ຈາກ​ອະນຸ​ເຂດ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເວທີ​ປາ​ໄສ​ອາ​ເປັກ ​ແລະ ທັງ​ພາກ​ພື້ນ.

ກອງ​ປະຊຸມ​ໄດ້​ປຶກສາ​ຫາລື, ຕີ​ລາຄາ​ໄລຍະ 15 ປີ​ແຫ່ງ​ການ​ເຂົ້າຮ່ວມ APEC ຂອງ​ຫວຽດນາມ. ບັນດາ​ສະມາຊິກ ​ APEC ໄດ້ຕີ​ລາຄາ​ສູງ​ບົດບາດ, ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ​ໃນ APEC ກໍ່​ຄືບັນດາ​ກົນ​ໄກ​ຮ່ວມ​ມື​ດ້ານເສດຖະກິດ​ພາກ​ພື້ນ. ທ່ານ​ຫງວນ​ເກີ​ມຕູ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຖື​ວ່າ:

   “​ໂດ​ຍແມ່ນ​ເວທີ​ປາ​ໄສ​ເສດຖະກິດ​ເປີດ, ​ APEC ໄດ້​ນຳມາ​ເຊິ່ງບັນດາ​ຂໍ້​ຕົກລົງ​ທີ່​ເໝາະ​ສົມ​ກັບ​ບັນດາ​ປະ​ເທດ​ມີ​ລະດັບ​ການ​ພັດທະນາ​ຄື​ຫວຽດນາມ. ທີ​ສອງ​ແມ່ນ APEC ມີບັນດາ​ໂຄງການ​ທີ່​ແທດ​ຈິງ​ທີ່​ສຸດ​ເພື່ອ​ພັດທະນາ​ການ​ຄ້າ. ທີ​ສາມ​ແມ່ນ APEC ມີບັນດາ​ກົນ​ໄກ​ໂອ້​ລົມ​ສົນທະນາ​ເປີດ​ດ້ານ​ນະ​ໂຍບາຍ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ການ​ຄ້າ. ນັ້ນ​ແມ່ນ​ເງື່ອນ​ໄຂ​ສຳ​ດວກ​ທີ່​ສຸດ​ໃຫ້​ແກ່​ການ​ເຂົ້າຮ່ວມ​ຂອງ​ຫວຽດນາມ“.

   ທ່ານ David Dodwell ຜູ້ຕາງໜ້າ​ສະພາ​ດຳ​ເນີນ​ທຸລະ​ກິດ ​ APEC ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າຊົມ​ເຊີຍ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ໃນ​ການຈັດ​ຕັ້ງກອງ​ປະຊຸມ​ຄັ້ງນີ້ ຍ້ອນ​ວ່າ ຫວຽດນາມ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ APEC ໃນ​ປີ 2017. ຂ້າພະ​ເຈົ້າຖື​ວ່າ, ນີ້​ແມ່ນ​ການ​ກະກຽມ​ເປັນ​ຢ່າງ​ດີ​ທີ່​ສຸດ​ຂອງ​ລັດຖະບານ​ຫວຽດນາມ, ຮັບປະກັນ​ໃຫ້​ແກ່​ຜົນສຳເລັດ​ຂອງປີ APEC 2017“.

ຂ່າວ/ບົດ​ອື່ນ