ໄຂ​ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ​ອາ​ຊຽນທາງ​ອອນ​ລາຍ

(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ (ADSOM) ໄດ້ໄຂຂຶ້ນຢູ່ຮ່າໂນ້ຍພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ຫວຽດນາມ.
ໄຂ​ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ​ອາ​ຊຽນທາງ​ອອນ​ລາຍ - ảnh 1ກອງປະຊຸມ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນຈີວິງ, ຫົວໜ້າ ADSOM ຫວຽດນາມ ເນັ້ນໜັກວ່າ ໂລກລະບາດ Covid – 19 ພວມກາຍເປັນສີ່ງກີດຂວາງທີ່ໃຫຍ່ຫຼວງໃນທົ່ວໂລກ, ມັນກໍ່ຜົນສະທ້ອນອັນໜັກໜ່ວງເຖິງບັນດາປະເທດອາຊຽນເວົ້າລວມກໍ່ຄືບັນດາໂຄງການອາຊຽນ 2020 ເວົ້າສະເພາະ. ທ່ານພົນໂທຫງວຽນຈີວິງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ບັນດາປະເທດອາຊຽນຈະຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປໂດຍໄວ, ບໍ່ປະໃຫ້ເຊື້ອໄວຣັດ SARS – CoV – 2 ກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ ແລະ ການພັດທະນາຂອງບັນດາປະເທດອາຊຽນ.

ຕີລາຄາສູງໝາກຜົນຂອງກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນ ທີ່ໄດ້ດຳເນີນໃນວັນທີ 12 ພຶດສະພາ ຜ່ານມາ, ທ່ານຫົວໜ້າ ADSOM ຫວຽດນາມໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືສອງເນື້ອໃນຫຼັກບົນພື້ນຖານຄວາມຕັດສິນໃຈຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດກໍ່ຄືໝາກຜົນຂອງການເຮັດວຽກຂອງກຸ່ມຄື: ຫວນຄືນການຮ່ວມມື ຮ່ວມແຮງຮ່ວມໃຈຕ້ານໂລກລະບາດ Covid – 19 ຢູ່ພາກພື້ນອາຊຽນໃນຊ່ອງທາງປ້ອງກັນຊາດ, ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງຢູ່ພາກພື້ນໃນໄລຍະຜ່ານມາ, ແລກປ່ຽນບັນດາວຽກງານຕໍ່ໄປເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນໃນປີ 2020 ໄດ້ດຳເນີນໄປຢ່າງຈົບງາມ, ນຳເອົາປະສິດທິຜົນອັນແທດຈິງມາໃຫ້ບັນດາປະເທດທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ