ໄຂກອງປະຊຸມEACຢູ່Tanzaniaປຶກສາຫາລືກ່ຽວກັບວິກິດການຢູ່Burundi

ໄຂກອງປະຊຸມEACຢູ່Tanzaniaປຶກສາຫາລືກ່ຽວກັບວິກິດການຢູ່Burundi - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Burundi Pierre Nkurunziza ແລະ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ຊານ​ນະ​ຄອນ
Bujumbura.
(ພາບ: AFP/TTXVN)

(vovworld) – ​​​​ກອງ​ປ​ະ​ຊຸມ​ສຸດຍອດ​ປະ​ຊາ​ຄົມ ອາບ​ຟ​ຣີ​ກາ ຕາ​ເວັນ​ອອກ (EAC) ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂວິ​ກິດ​ການ​ການ​ເມືອງ​ຢູ່ Burundi ໄຂ​ຂຶ້ນ​ໃນ​ວັນ​ທີ 31/5, ຢູ່​ນະ​ຄອນຫຼວງ Dares Salaam ຂອງ Tanzania. ກອງ​ປະ​ຊຸມ​ໂດຍ​ບັນ​ດາ​ສະ​ມາ​ຊິກ EAC ຈັດ​ຕັ້ງ ເຊິ່ງ​ລ​ວມ​ມີ: Kenya, Rwanda,  Tanzania, Uganda ແລະ Burundi. ເຖິງ​ຢ່າງ​ໃດ​ກ​ໍ່​ຕາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Burundi Pierre Nkurunziza ບໍ​່​ເຂົ້າ​ຮ່ວມ, ເຊິ່ງ​ແທນ​ທີນັ້ນ​ແມ່ນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Alain Aime Nyamitwe. ແທນ​ທີ​ຮຽກ​ຮ້ອງ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Nkurunziza ປະ​ລະ​​ຄວາມ​ຕັ້ງ​ໃຈ​ອອກ​ສະ​ໝັກ​ເລືອກ​ຕັ້ງອາ​ຍຸ​ການ​ທີ 3, ບັນ​ດາ​ການ​ນຳ EAC ອາດຈະ​ຮຽ​ກ​ຮ້ອງ​ໂຈະ​ການ​ເລືອກ​ຕັ້ງ, ກໍ່​ຄື​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ອື່ນໆ, ໃນ​ນັ້ນ​ມີ​ການ​ເປີດ​ສຳ​ນັ​ກ​ຂ່າວ​ສານ​ເອ​ກະ​ລາດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ດ້ານ​ພົນ​ລ​ະ​ເມືອງ​ໃຫ້​ແກ່​ຝ່າຍ​ຄ້ານ. ສະ​ພາບ​ການ Burundi ​ມີ​ຄວາມສັບ​ສົນ​ນັບ​ແຕ່​ວັນ​ທີ 25/4 ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ Pierre Nkurunziza  ຖະ​ແຫຼງ​ຈະ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ຝ່າຍ​ຄັດຄ້ານ​ທ່ານ Pierre Nkurunziza ໄດ້ອອກ​ສະ​ໝັກ​ເລືອກ​ຕັ້ງອາ​ຍຸ​ການ​ທີ 3 ຢ່າງ​ລຽນ​ຕິດ, ຖື​ວ່າ​ບັນ​ຫານີ້​ໄປ​ຝືນ​ກັບ​ລັດ​ຖະ​ທຳ​ມະ​ນູນ ທີ່​ກຳ​ນົດ​ວ່າ ບໍ່​ໄດ້​ສະ​ໝັກ​ເລືອກ​ຕັ້ງ​ເປັນປະ​ທາ​ນາ​ທິ​ບໍ​ດີ​ເກີນ 2 ອາ​ຍຸ​ການ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສານ​ລັດ​ຖະ​ທຳ​ມະ​ນູນ Burundi ​ພັດຢັ້ງ​ຢືນ​ວ່າ​ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Pierre Nkurunziza ອອກ​ສະ​ໝັກ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ແມ່ນບໍ່​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ຍ້ອນ​ວ່າ​ອາ​ຍຸ​ການ​ທຳ​ອິດ​ຂອງ​ທ່ານ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ. ລັດ​ຖະ​ບານ Burundi ຢັ້ງ​ຢືນ​​ວ່າການເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ດຳ​ເນີນ​ໄປ​ຕາມ​ແຜນ​ການ​​ທີ່​ໄດ​້​ວາງ​ອອກໃນ​ເດືອນ 6 ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ