ໄຂກອງປະຊຸມກຸ່ມສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກຳມະການສຶກສາ, ຖະແຫຼງຂ່າວ, ວັດທະນະທຳ ສະຫະພັນລັດຖະສະພາ ພາສາຝລັ່ງ.

(VOVWORLD) -ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ຊົມເຊີຍບັນດາຜູ້ແທນທີ່ເຂົ້າຮ່ວມວາລະໄຂກອງປະຊຸມ APF ໃນລະຫວ່າງວັນທີ 25 – 28 ກຸມພາ 2019.
ໄຂກອງປະຊຸມກຸ່ມສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກຳມະການສຶກສາ, ຖະແຫຼງຂ່າວ, ວັດທະນະທຳ ສະຫະພັນລັດຖະສະພາ ພາສາຝລັ່ງ. - ảnh 1ປະຊຸມກຸ່ມສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກຳມະການສຶກສາ, ຖະແຫຼງຂ່າວ, ວັດທະນະທຳ ສະຫະພັນລັດຖະສະພາ ພາສາຝລັ່ງ. 

ວາລະໄຂກອງປະຊຸມກຸ່ມສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກຳມະການສຶກສາ, ຖະແຫຼງຂ່າວ, ວັດທະນະທຳ ສະຫະພັນລັດຖະສະພາ ພາສາຝລັ່ງ (APF) ໄດ້ດຳເນີນໃນຕອນເຊົ້າວັນທີ 26 ກຸມພາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ຊົມເຊີຍບັນດາຜູ້ແທນທີ່ເຂົ້າຮ່ວມວາລະໄຂກອງປະຊຸມ APF ໃນລະຫວ່າງວັນທີ 25 – 28 ກຸມພາ 2019.

ທ່ານນາງ ຫງວຽນທິກິມເງິນໃຫ້ຮູ້ວ່າອົງການຈັດຕັ້ງສາກົນ ພາສາຝລັ່ງ ແລະ ບັນດາປະເທດ ໃນປະຊາຄົມປະເທດທີ່ນຳໃຊ້ພາສາ ຝລັ່ງ ຍາມໃດກໍມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ຫວຽດນາມ ຍາມໃດ ກໍ່ແບ່ງປັນ ແລະ ສະໜັບສະໜູນ ບັນດາຄຸນຄ່າ ແລະ ເປົ້າໝາຍອັນສູງສົ່ງຂອງ ປະຊາຄົມປະເທດທີ່ນຳໃຊ້ພາສາ ຝລັ່ງຄື: ສັນຕະພາບ, ປະຊາທິປະໄຕ, ວັດທະນະທຳ ແລະ ພາສາທີຫຼາຍຮູບແບບ, ຄວາມສາມັກຄີ, ການຮ່ວມມື ແລະ ການພັດທະນາ. ນີ້ກໍ່ເປັນບັນດາເປົ້າໝາຍເຊິ່ງລັດ ແລະ ປະຊາຊົນ ຫວຽດນາມ ພວມມານະພະຍາຍາມ ປະຕິບັດ ໃນພາລະກິດແຫ່ງການປ່ຽນແປ່ງໃຫມ່ຢ່າງຮອບດ້ານ ແລະ ບັນລຸໄດ້ບັນດາຜົນສຳເລັດທີ່ສຳຄັນໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ