ໄຂ​ກອງ​ປະ​ຊຸມ​ກຸ່ມ​ເຈົ້າໜ້າທີ່​ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ ​ເປີ​ດກວ້າງ

(VOVWORLD) -ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນດ່າໜັງ ໄດ້ດໍາເນີນພິທີໄຂກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM + WG) ດ້ວຍການເຂົ້າຮ່ວມຂອງຜູ້ແທນ 120 ຄົນ ທີ່ມາຈາກ 10 ປະເທດ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື, ເຈລະຈາ.
ໄຂ​ກອງ​ປະ​ຊຸມ​ກຸ່ມ​ເຈົ້າໜ້າທີ່​ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ ​ເປີ​ດກວ້າງ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ   ກ່າວຄໍາເຫັນທີ່ພິທີໄຂ (ພາບ: TTXVN)

  ກອງປະຊຸມ ADSOM + WG ມີໜ້າທີ່ກະກຽມ, ສ້າງເອກະສານສະບັບຕ່າງໆ ແລະ ເນື້ອໃນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 7 ເພື່ອລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM +) ເຊິ່ງຈະຈັດຕັ້ງຢູ່ຮ່າໂນ້ຍໃນເດືອນສິງຫາ ປີ 2020.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະ 10 ປີ ຈະມາເຖິງ ຫຼື ຍາວໄກກວ່ານັ້ນອີກ ບັນຫາທີ່ວາງອອກແມ່ນ ເຮັດແນວໃດ ເພື່ອເສີມຂະຫຍາຍໄດ້ປະສິດທິຜົນຂອງກົນໄກການຮ່ວມມືໃນອາຊຽນ ແລະ ທາງນັ້ນ ແມ່ນຮັກສາໄດ້ບົດບາດໃຈກາງຂອງ ອາຊຽນ.  ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງປະເທດທີ່ເປັນປະທານ ອາຊຽນ ກ່ອນນີ້ ແລະ ຢັ້ງຢືນວ່າ ບັນດາເນ້ື້ອໃນເຊິ່ງຫວຽດນາມ ຊຸກຍູ້ໃນປີ 2020 ນັ້ນ ລ້ວນແຕ່ແມ່ນເພື່ອຜົນປະໂຫຍດລວມຂອງ ອາຊຽນ.  ຄວາມສໍາເລັດຂອງຫວຽດນາມ ກໍແມ່ນຄວາມສໍາເລັດລວມຂອງທັງ ອາຊຽນ.

        ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM + WG) ຈະດໍາເນີນໃນວັນທີ 10 – 12 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ