ໄຂ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 32

(VOVWORLD) - ກອງປະຊຸມຈະສຳຫຼວດກວດຄືນ, ຕີລາຄາຢ່າງຮອບດ້ານໝາກຜົນພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດ ໃນໄລຍະຜ່ານມາ ແລະ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນໄລຍະເຄິ່ງສະໄໝ
ໄຂ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 32 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຂົ້າຮ່ວມກອງປະຊຸມ 

ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂກອງປະຊຸມການທູດ ຄັ້ງທີ 32 ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ, ໝັ້ນຄົງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ”. ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳຫັນຊີ້ນຳ ຢູ່ກອງປະຊຸມ. ກອງປະຊຸມ ໄດ້ຈັດຂຶ້ນຕາມຮູບແບບທາງໄກ ແລະ ເຊິ່ງໜ້າ.

ໄປຄຽງຄູ່ກັບການຕີລາຄາ ແລະ ຄາດຄະເນສະພາບການສາກົນ, ກອງປະຊຸມຈະສຳຫຼວດກວດຄືນ, ຕີລາຄາຢ່າງຮອບດ້ານໝາກຜົນພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດ ໃນໄລຍະຜ່ານມາ ແລະ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນໄລຍະເຄິ່ງສະໄໝ, ສະເໜີບັນດາໜ້າທີ່ການທູດຈຸດສຸມ ແລະ ບັນດາມາດຕະການທີ່ຄວນສຸມໃສ່ຜັນຂະຫຍາຍຈົນໝົດສະໄໝຊຸດທີ 13 ແລະ ຊຸມປີຕໍ່ໄປ. ກອງປະຊຸມຄັ້ງນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຂະແໜງການທູດແລກປ່ຽນບາງບັນຫາໃຫຍ່, ບັນຫາໃໝ່ກ່ຽວກັບການຕ່າງປະເທດເພື່ອປະກອບສ່ວນເຂົ້າໃນການສະຫຼຸບ 40 ປີແຫ່ງການປະຕິບັດແນວທາງການຕ່າງປະເທດໃນໄລຍະປ່ຽນແປງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ