ໄຂ​ກອງ​ປະ​ຊຸມ​ການ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 11

(VOVWORLD) -  ວັນທີ 1 ເມສາ, ຢູ່ ນະຄອນ Toulousr, ປະເທດ ຝລັ່ງ, ໄດ້ໄຂກອງປະຊຸມການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝລັ່ງ ຄັ້ງທີ 11.
ໄຂ​ກອງ​ປະ​ຊຸມ​ການ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 11 - ảnh 1ກອງປະຊຸມການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝລັ່ງ ຄັ້ງທີ 11 

ດ້ວຍຫົວຂໍ້ວ່າ “ບັນດາການພົວພັນຄູ່ຮ່ວມມືມຸ່ງໄປສູ່ການພັດທະນາທີ່ມີການປ່ຽນແປງໃໝ່ ແລະ ຍືນຍົງຂອງທ້ອງຖິ່ນ”, ໂດຍໄດ້ດຳເນີນໃນລະຫວ່າງວັນທີ 1 – 2 ເມສາ. ທີ່ກອງປະຊຸມມີການເຄື່ອນໄຫວປຶກສາຫາລືດ້ານ ວິຊາສະເພາະຫຼາຍຢ່າງຄື: ວັດທະນະທຳແມ່ນວັດຖຸ ແລະ ວັດທະນະທຳທີ່ບໍ່ແມ່ນວັດຖຸ, ສິ່ງທ້າທາຍສຳລັບການພັດທະນາແບບຍືນຍົງ, ບົດບາດເປັນເຈົ້າພາທາງຂອງບັນດາທ້ອງຖິ່ນໃນການຮ່ວມມືດ້ານການສຶກສາ ແລະ ສາທາລະນະສຸກ; ເສດຖະກິດແບບຍືນຍົງ, ມີຄວາມສາມັກຄີໃນການຮ່ວມມື. ທ່ານ ຫງວຽນກ໊ວກເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ກອງປະຊຸມການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝລັ່ງ ຄັ້ງທີ 11 ທີ່ໄດ້ຈັດຕັ້ງຢູ່ Toulouse  ຈະສືບຕໍ່ທ່ວງທ່າການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນຕະຫຼອດໄລຍະ 30 ປີທີ່ຜ່ານມາ. ນີ້ເປັນຂົງເຂດການຮ່ວມມືທີ່ພິເສດ, ຝລັ່ງ ເປັນປະເທດອັນໜຶ່ງດຽວຊຶ່ງ ຫວຽດນາມ ມີການຮ່ວມມືຂັ້ນທ້ອງຖິ່ນໃນຂົງເຂດຢ່າງລະອຽດຄືແນວນັ້ນ ແລະ ນັບມື້ນັບມີປະສິດທິຜົນ. ກອງປະຊຸມດັ່ງກ່າວໄດ້ສຸມໃສ່ 5 ຫົວຂໍ້ທີ່ແຕກຕ່າງກັນ, ພວກເຮົາໄດ້ຄິດໄລ່ເຮັດແນວໃດໃຫ້ມີຄວາມແທດຈິງທີ່ສຸດ. ໃນສະພາບການ ຫວຽດນາມ ແລະ EU ພວມກະກຽມມຸ່ງໄປສູ່ການໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA)ນັ້ນ ບັນດາທ້ອງຖິ່ນຂອງສອງປະເທດກໍ່ຄວນມີການກະກຽມເມື່ອສັນຍາດັ່ງກ່າວໄດ້ໃຫ້ສັດຕະຍາບັນ.

ຢູ່ນອກກອງປະຊຸມຄັ້ງທີ 11, ສອງຝ່າຍກໍ່ຈະຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ. ມອບລາງວັນໃຫ້ແກ່ບັນດາຄູ່ທ້ອງຖິ່ນທີ່ມີການຮ່ວມມືດີເດັ່ນໃນການພົວພັນ ຫວຽດນາມ - ຝລັ່ງ, ໂຄສະນາ ແລະ ແນະນຳອາຫານການກິນ ຂອງ ຫວຽດນາມ ຢູ່ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ