ໄຂກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ - ເອີລົບ ຄັ້ງທີ 7 ຢູ່ລາວ

ໄຂກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ - ເອີລົບ ຄັ້ງທີ 7 ຢູ່ລາວ - ảnh 1

ທ່ານ​​ Nguyen Sinh Hung

ກ່າວ​ຄຳ​ປາ​ໄສ​ທີ່​ວາລະ​ໄຂ​ກອງ​ປະຊຸມ

(ພາບ: ຂ່າວສານ​ຫວຽ​ດນາມ)

(VOV-TTX) -     ຕອນ​ເຊົ້າວັນ​ທີ 3/10, ກອງ​ປະຊຸມ​ການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7) ດ້ວຍ​ຫົວ​ຂໍ້: “ຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ“ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງຜູ້​ແທນ 400 ທ່ານຂອງ​​ກ່ວາ 40 ປະ​ເທດ​ອາຊີ ​ແລະ ​ເອີ​ລົບ ພ້ອມ​ກັບ​ຜູ້ຕາງໜ້າ​ທະນາຄານ​ໂລກ, ກອງ​ທຶນ​ພັດທະນາ ສປຊ ​ແລະ ​ອົງການ​ຈັດຕັ້ງສາກົນ ​ແລະ ພາກ​ພື້ນຈຳນວນ​ໜື່ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ​ ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາງປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ ASEP 7 ​ໄດ້​ເນັ້ນຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເປີດ​ກ້ວາງຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ​ໃນ 10 ປີຜ່ານມາ; ຮຽກຮ້ອງ​ການຮັບປະກັນ​ການ​ພັດທະນາ ​ເສດຖະກິດ​ແບບ​ຍືນ​ຍົງ​ຢູ່​ແຕ່ລະ​ປະ​ເທດ ກໍ່​ຄື​ຄວາມ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ​, ພິ​ເສດ​ແມ່ນບັນຫາ​ໜີ້​ສາທາລະນະ, ຄ້ຳປະກັນ​ສະບຽງ​ອາຫານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ ASEP 7  ຊີ້​ແຈ້ງວ່າ:

ສຽງທ່ານ​ນາງ ປານີ ຢາ​ທໍ່​ຕູ້:


  ຕາງໜ້າ​ໃຫ້ລັດຖະບານ​ປະ​ເທດ ສປປລາວ, ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ​ທຳ​ມະ​ວົງ ຊີ້​ແຈ້ງວ່າ:

ສຽງທ່ານ​ທອງ​ສິງ ​ທຳ​ມະ​ວົງ:

​ ໃນ​ບົດ​ກ່າວ​ປາ​ໄສທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung ​ເນັ້ນໜັກ​ວ່າ ດ້ວຍ​ຖານະ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ບັນດາ​ປະ​ເທດ​ສະມາຊິກ ASEP ສວມ​ບົດບາດ​ທີ່​ບໍ່​ສາມາດ​ປ່ຽນ​ແທນ​ໄດ້​ໃນ​ການ​ເຮັດ​ໃຫ້ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ອາຊີ-​ເອີ​ລົບ ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ, ​ເປີດ​ກ້ວາງ​ສິ່ງ​ຄ້າຍຄື​ກັນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກ່ວາ​ອີກ.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung ຖື​ວ່າ: ກອງ​ປະຊຸມ ASEP 7  ດຳ​ເນີນ​ໄປ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ຊ້ອນແຝງ​ຄວາມ​ສ່ຽງ​ຫຼາຍ​ຢ່າງ, ສະພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງມີ​ການ​ຜັນ​ແປ່​ຢ່າງ​ສັບສົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung  ຊີ້​ແຈ້ງວ່າ:

   “ຫວຽດນາມ​ເຫັນ​ວ່າ, ດ້ວຍ​ສະພາບ​​ໄພ​ທຳ​ມະ​ຊາດ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ບັນຫາ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ພວມ​ກາຍ​ເປັນຄວາມ​ຮີບ​ດ່ວນ​ທີ່​ສຸດ ​ແລະ ​ແມ່ນ​ປັດ​ໄຈ​ສຳຄັນ, ຮັບປະກັນ​ໃຫ້​ແກ່​ຄວາມ​ວັດທະນະຖາວອນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຕ່າງໆ. ສະນັ້ນ, ບັນດາ​ປະ​ເທດ​ສະມາຊິກ ASEP ຕ້ອງ​ເພີ່ມ​ທະວີ​ປະສານ​ງານ​ນະ​ໂຍບາຍ​ສາກົນ, ພັດ​ທະ​ນາຕະ​ຫຼາດ​ທັນ​ຍາ​ຫານ​ຢ່າງ​ໃສ​ແຈ້ງ ​ແລະ ຕ້ານ​ບັນດາ​ມາດ​ຕະການ​ອາລັກຂາ ພ້ອມ​ທັງຍູ້​ແຮງ​ບັນດາ​ຮູບ​ການ​ຮ່ວມ​ມື​ສາມ​ຝ່າຍ, ປະສົມ​ກັບ​ແຫຼ່ງກຳລັງ ​ແລະ ວິຊາ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ອຸປະຖຳ ​ແລະ ຮັບ​ເງິນ​ອຸປະຖຳ​ເພື່ອ​ພັດທະນາ​ກະສິກຳ​ໃນ​ພາກ​ພື້ນ ASEM

  ​  ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 3/10, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung  ​ໄດ້​ເດີນທາງ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ໄປ​ເຂົ້າຮ່ວມກອງ​ປະຊຸມ​ການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7) .

 


ຂ່າວ/ບົດ​ອື່ນ