ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ

(VOVWORLD) - ຕອນຄ່ຳວັນທີ 31 ພຶດສະພາ, ກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ (ກອງປະຊຸມເຈລະຈາ Shangri-La) ປະຈຳປີ ຄັ້ງທີ 21ໄດ້ໄຂຂຶ້ນຢູ່ ສິງກະໂປ.

ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ - ảnh 1ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ. ພາບ: Đình Nam/VOV

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ເນັ້ນຫນັກວ່າ: ປະເທດນີ້ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ພວມມີວິໄສທັດລວມກ່ຽວກັບ ພື້ນຖານ “ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ” ຢູ່ ທະເລຕາເວັນອອກ ດ້ວຍຄຳໝັ້ນສັນຍາ ເຄົາລົບ ແລະ                        ປະຕິບັດຕາມສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.  ທ່ານປະທານາທິບໍດີ ຟິລິບປິນ ໃຫ້ຄຳໝັ້ນສັນຍາ ບໍ່ຜ່ອນສັ້ນຜ່ອນຍາວອະທິປະໄຕເຂດນ່ານນ້ຳທະເລ ແຕ່ມີຄຳໝັ້ນສັນຍາແກ້ໄຂທຸກຄວາມເຄັ່ງຕຶງ, ຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດຜ່ານການເຈລະຈາ ແລະ ເຄົາລົບກົດໝາຍສາກົນ. ທ່ານ ກໍ່ຄັດຄ້ານທຸກການນຳໃຊ້ອາວຸດ ຫລືນາບຂູ່ນຳໃຊ້ອາວຸດເພື່ອແກ້ໄຂຄວາມຄັດແຍ້ງ ຫລືບໍ່ວ່າການຊ່ວງເສັງປະກອບອາວຸດໃດໃນພາກພື້ນ.

ກ່ອນໄຂກອງປະຊຸມ, ຕອນບ່າຍວັນດຽວກັນ, ຜູ້ແທນປ້ອງກັນຊາດບັນດາປະເທດໄດ້ເຂົ້າຮ່ວມກອງປະຊຸມພິເສດ ດ້ວຍເນື້ອໃນປິ່ນອ້ອມບັນດາຫົວເລື່ອງສຳຄັນຕ່າງ. ກອງປະຊຸມດັ່ງກ່າວຈະອັດລົງໃນວັນທີ 2 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ