ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ

(VOVWORLD) - ກອງປະຊຸມ Shangri – La (SLD) ຄັ້ງທີ 18 - ເວທີປາໄສຄວາມໝັ້ນຄົງແຖວໜ້າຂອງພາກພື້ນ ອາຊີ - ປາຊີຟິກ ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄໍ່າວັນທີ 31 ພຶດສະພາ ຢູ່ ສິງກະໂປ. ກອງປະຊຸມຄັ້ງນີ້ ໄດ້ດຶງດູດຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງລວມມີເຈົ້າໜ້າທີ່ປ້ອງກັນຊາດ ແລະ ວົງການນັກຮຽນຮູ້ທີ່ມາຈາກ 50 ປະເທດ ແລະ ເຂດແຄວ້ນ. 

       ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວັນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.

ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ - ảnh 1 ພິທີໄຂກອງປະຊຸມ Shangri – La ຄັ້ງທີ 18 (ພາບ: TTXVN)

        ທ່ານ Tim Huxley ຜູ້ອໍານວຍການ ຝ່າຍບໍລິຫານ ອາຊີ ປະຈໍາ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ໃຫ້ຮູ້ວ່າ ກອງປະຊຸມ Shangri – La ຄັ້ງທີ 18 ນີ້ ຈະດໍາເນີນ 6 ກອງປະຊຸມຄົບຄະນະ, ລວມມີບັນດາຫົວຂໍ້ຄື: ວິໄສທັດຂອງ ອາເມລິກາ ກ່ຽວກັບຄວາມໝັ້້ນຄົງ ມະຫາສະໝຸດອິນເດຍ - ປາຊີຟິກ; ຄວາມໝັ້ນຄົງ ຢູ່ ສປປ.ເກົາຫຼີ: ບັນດາບາດກ້າວເດີນຕໍ່ໄປ; ຄວາມສະຫງົບປອດໄພທີ່ພວມຜັນປ່ຽນຂອງ ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນຄວາມໝັ້້ນຄົງສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ. ນອກຈາກນັ້ນ, ເວທີປາໄສດັ່ງກ່າວ ຍັງຈັດຕັ້ງ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ ອີກດ້ວຍ.

ຄາດວ່າ,     ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຈະມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດໍາເນີນໃນວັນທີ 2 ມິຖຸນາ ດ້ວຍຫົວຂໍ້ວ່າ “ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງກັນ”.

        ກ່ອນໜ້ານັ້ນ, ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ໂງຊວັນລິກ ໄດ້ມີການພົບປະສອງຝ່າຍ  ກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong – Doo, ທ່ານລັດຖະມົນຕີ ໂງຊວັນລິກ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ວິວັດທະນາການສ້າງສັນຕິພາບໃນແຫຼມເກົາຫຼີ.  ລັດຖະມົນຕີສອງທ່ານ ກໍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ບົນພື້ນຖານຂອງ ຖະແຫຼງການວິໄສທັດລວມ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຮອດປີ 2030.


ຕອບກັບ

ຂ່າວ/ບົດ​ອື່ນ