ໄຂກອງປະຊຸມຂັ້ນສູງສື່ມວນຊົນອາຊີຄັ້ງທີ 9

ໄຂກອງປະຊຸມຂັ້ນສູງສື່ມວນຊົນອາຊີຄັ້ງທີ 9 - ảnh 1
( ພາບປະກອບ )

( vovworld ) -   ກອງ​ປະຊຸມ​ຂັ້ນ​ສູງສື່​ມວນ​ຊົນອາຊີ​ຄັ້ງ​ທີ 9 ( Asian Media Summit – AMS 2012 ) ດ້ວຍ​ຫົວ​ຂໍ້​ວ່າ “ ສ້າງ​ຄວາມ​ປະ​ທັບ​ໃຈ,​ ສື່​ມວນ​ຊົນ​ໃນ​ສັ​ງຄົມ​ປະຈຸ​ບັນ ” ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/5, ຢູ່​ນະຄອນ​ຫຼວງ ບາງກອກ, ປະ​ເທດ​​ໄທ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Duong Tan Nguyen, ຜູ້ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ບັນວິທະຍຸກະຈາຍສຽງ - ​ໂທລະພາບ​ອາຊີ - ປາຊີ​ຟີ​ກ ( AIDB ) ​ໃຫ້​ຮູ້​ວ່າ.

    “ ສື່​ມວນ​ຊົນ​ໃນ​ອະ​ນາ​ຄົດ​ຈະ​ໄປ​ຜ່ານ​ໄລຍະ​ທີ່ຟົດ​ຟື້ນ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ ອີນ​ເຕີ​ແນ​ດ ພວມສ້າງ​ກາລະ​ໂອກາດ ກໍ​ຄື​ສິ່ງ​ທ້າ​ທາຍ. ​ວິທະຍຸກະຈາຍສຽງ ​ແລະ ​ໂທລະພາບດ້ວຍ​ທີ່​ຕັ້ງບົດບາດ​ທີ່​ມີ​ຢູ່​ແລ້ວ​ ຈະ​ຮັບ​ເອົາບັນດາ​ກາລະ​ໂອກາດ ​ແລະ ຮັບ​ມື​ກັບສິ່ງ​ທ້າ​ທາຍ​ນັ້ນ. ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ວິທະຍຸ​ກະຈາຍສຽງ - ​ໂທລະພາບ​ອາຊີ 2012 ຢູ່​ບາງກອກ, ມີ​ຜູ້​ແທນ 700 ທ່ານ​ທີ່​ມາ​ຈາກກວ່າ 50 ປະ​ເທດປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ສະທ້ອນ, ການກຳ​ນົດທິດ​ຂອງ​ສື່​ມວນ​ຊົນ​ໃນ​ສັງຄົມ, ປະຊາ​ຄົມ ​ແລະ ສະພາບ​ແວດ​ລ້ອມ. ຜ່ານ​ນັ້ນ, ຊ່ວຍ​ໃຫ້​ວິທະຍຸ​ກະຈາຍສຽງ - ​ໂທລະພາບ​ອາຊີ - ປາຊີ​ຟີ​ກ ບັນລຸ​ໄດ້​ລະດັບ​ສູງ​ໃໝ່”.

ຂ່າວ/ບົດ​ອື່ນ