ໄຂກອງປະຊຸມຂັ້ນສູງສື່ມວນຊົນອາຊີ-ປາຊີຟິກ

ໄຂກອງປະຊຸມຂັ້ນສູງສື່ມວນຊົນອາຊີ-ປາຊີຟິກ - ảnh 1
ຜູ້ອຳນວຍການ AIBD Yang Binyuan ກ່າວຄຳເຫັນທີ່ພິທີໄຂ AMS 10

(vovworld) – ກອງ​ປະຊຸມ​ຂັ້ນ​ສູງ​ສື່ມວນ​ຊົນ​ອາຊີ - ປາຊີ​ຟິກ (AMS) ຄັ້ງ​ທີ 10 ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 6/5, ຢູ່​ນະຄອນ Jeddah, ປະ​ເທດ ​ຊາ​ອຸ​ດິ ອະຣາບິ, ​ເຊິ່ງ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 500 ຄົນ​ທີ່​ມາ​ຈາກ 50 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ດ້ວຍ​ຫົວ​ຂໍ້​ວ່າ: “ສື່​ມວນ​ຊົນ ​ແລະ ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ສີ: ບົດຮຽນດ້ານ​ກະຈາຍສຽງ, ​ໂທລະພາບ​​ເພີ່ມ​ຄວາມອຸດົມສົມ​ບູນ​ຂຶ້ນ​ຕື່ມ”, ກອງ​ປະຊຸ​ມຂັ້ນ​ສູງ AMS 2014 ​ແມ່ນ​ກາລະ​ໂອກາດ​​ເພື່ອໃຫ້​ບັນດາ​ຜູ້​ເຮັ​ດວຽກ​ງານ​ກະຈາຍສຽງ - ​ໂທລະພາບ​ແບ່ງປັນ​ບັນດາ​ທັດສະນະ​ທີ່​ມີຫຼາຍ​ຮູບ​ຫຼາຍ​ແບບ​ກ່ຽວ​ກັບ​ສື່​ມວນ​ຊົນ​ໃນ​ໄລຍະ​ທັນ​ສະ​ໄໝ. ທີ່​ກອງ​ປະຊຸມ​ຂັ້ນ​ສູງ AMS 2014, ບັນດາຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນຈະ​ ​ໄດ້​ພົບ​ປະ​ໂອ້​ລົ​ມ​ກ່ຽວ​ກັບ​ບັນດາ​ວິທີ​ການ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ຜົນສະທ້ອນ​ຂອງ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ດ້ວຍ​ວິ​ໄສ​ທັດ ​ແລະ ຍຸດທະ​ສາດ​ພັດທະນາ​ເພື່ອ​ແນ​ໃສ່​ກໍ່ສ້າງ​ບັນດາສຳນັກ​ສື່​ມວນ​ຊົນ​ພັດທະນາ​ແບບ​ຍືນ​ຍົງ.

    ກອງ​ປະຊຸມ​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ, ດ້ວຍ​ 7 ວາລະ​ປະຊຸມ ​ແລະ ການ​ປຶກສາ​ຫາລື​ຢູ່​ນອກ​ກອງ​ປະຊຸມ​ 2 ຄັ້ງ. ຄະນະ​ຜູ​​ແທນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ນຳ​ໜ້າ, ​ເຂົ້າ​ຮ່ວມ​​ກອງ​ປະຊຸມດັ່ງກ່າວ.

ຂ່າວ/ບົດ​ອື່ນ