ໄຂກອງປະຊຸມຂັ້ນສູງອາຊີ - ອາຟະລິກາ 2015

ໄຂກອງປະຊຸມຂັ້ນສູງອາຊີ - ອາຟະລິກາ 2015 - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ກອງ​ປະ​ຊຸມ​
ຄົບ​ຄະ​ນະ

(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ - ອາ​ຟະ​ລິ​ກາ 2015 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 22/4 ທີ່​ນະຄອນຫຼວງ​ ຈາ​ກາ​ກຕາ, ອິນ​ໂດ​ເນ​ເຊຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ມີ​ການ​ນຳ ​ແລະ ຜູ້​​ແທນ​ທີ່ມາ​ຈາກ 105 ປະ​ເທດ​ໃນ​ພາກ​ພື້ນ​ອາຊີ ​ແລະ ອາ​ຟະ​ລິ​ກາ, ພ້ອມ​ກັບ 15 ປະ​ເທດ​ສັງ​ເກດ​ການ ​ແລະ 17 ອົງການ​ສາກົນ. ທ່ານ​ປະທານ​ປະ​ເທດ​ ຫວຽດນາມ ​ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ ​ແລະ ບັນດາ​ວາລະ​ປະຊຸມຄົບ​ຄະນະ​ຂອງກອງ​ປະຊຸມ​ນີ້.

ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ​ໄດ້​ມີ​ບົດ​ກ່າວ​ປາ​​ໄສ​ສຳ​ຄັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ກອງ​ປະຊຸມ, ​ໂດຍ​ຢືນຢັນ​ວ່າ​ກອງ​ປະຊຸມ ບັງ​ດຸ​ງ ປີ 1955 ​ໄດ້​ສ້າງ​ກຳລັງ​ໜູນ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ - ອາ​ຟະ​ລິ​ກາ ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ພັດທະນາ​ໃນ​ທຸກ​ດ້ານ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ, ​ໂດຍ​ແມ່ນ 1 ​ໃນ​ຈຳນວນ 29 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັງ​ດຸ​ງປີ 1955, ຫວຽດນາມ​ ສະໜັບສະໜູນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້​ແມ່ນ “​ເພີ່ມ​ທະວການ​ຮ່ວມ​ມື​ໃຕ້ - ​ໃຕ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ໃນ​ໂລກ“, ຮຽກຮ້ອງ​ສອງ​ທະວີບ​ນີ້​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມ​ໝັ້ນຄົງ - ​​ເຊິ່ງ​ແມ່ນເງື່ອນ​ໄຂຕັດສິນ​ຊີ້​ຂາດ​ທຳ​ອິດ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ປະທານ​ເນັ້ນ​ໜັກ​ວ່າ, ປະ​ເທດ​ຕ່າງໆ​ຕ້ອງ​ປະຕິບັດ 10 ຫຼັກການຂອງ​ບັງ​ດຸ​ງ. ພິ​ເສດ​ແມ່ນ​ຫຼັກການ “​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ຢ່າງ​ຄົບ​ຖ້ວນ“, “ບໍ່​ຮຸກ​ຮານ, ຂົ່ມຂູ່​ຮຸກ​ຮານ ​ແລະ ນຳ​ໃຊ້​ກຳລັງ​ອາວຸດ“, “​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ​ເໝາະ​ສົມ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ​... ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ຢືນຢັນ​ວ່າ, ຢູ່ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດນາມ​ພວມ​ພ້ອມ​ກັບ​ບັນດາ​ປະ​ເທດ​ ອາຊຽນ ກໍ່​ສ້າງ​ປະຊາ​ຄົມ​ ອາ​ຊຽນ ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2015 ດ້ວຍ 3 ​ເສົາ​ຄຳ້​ກ່ຽວ​ກັບ​ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ, ກໍ່ສ້າງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ຈະ​ເລີ​ນ​ເທື່ອ​ລະ​ກ້າວ, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ສອງ​ພາກ​ພື້ນ​ກໍ່​ຄື​ຢູ່​ໃນ​ໂລກ:

ພວກ​ຂ້າພະ​ເຈົ້າ​ພວມ​ມານະພະ​ຍາ​ຍາມ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພວກ​ຂ້າພະ​ເຈົ້າ​ເດັດ​ດຽວ​ປະຕິບັດ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາ​ລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​ປີ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)… ຫວຽດນາມ​ກໍ່​ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ ​ຄວາມເປັນ​ເຈົ້າ​ການ, ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ ການ​ເຂົ້າ​ຮ່ວມ, ​ບັນດາ​ກົນ​ໄກ​ວາງ​ແຜນ​ນະ​ໂຍບາຍ, ປະກອບສ່ວນ​ເສີມ​ຂະຫຍາຍ​ທັດສະນະ​ລວມຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ“.

​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ອາຊີ - ອາ​ຟະ​ລິ​ກາ 2015, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Jorge Arreaza, ທ່ານຮອງ​ປະທານາທິບໍດີອັງ​ໂກລາ Manuel Domingos Vicente ​ແລະ ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຕູຍ​ນີຢີ Taieb Baccouche. ທ່ານ​ປະທານ​ຢືນຢັນ​ວ່າ, ຫວຽດນາມ​ຈະ​ຮ່ວມ​ມື ​ແລະ ສົມທົບ​​ຢ່າງ​ແໜ້ນ​ແຟ້ນ ​ກັບປະ​ເທດ​ຕ່າງໆ​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ ​ໂດຍ​ເວ​ເນ​ຢູ​ເອລາ​ ​ເປັນ​ເຈົ້າພາບຈັດ​ຕັ້ງ​ໃນ​ເດືອນ 9 ສຳ​ເລັດ​ຜົນ. ກໍ່​ຄື​ຖື​ເປັນ​ສຳຄັນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມິດຕະພາບ​ກັບ​ອັງ​ໂກລາ ​ແລະ ສອງ​ຝ່າຍ​ຈະ​ປັບປຸງ​ການ​ພົວພັນ​ດ້ານ​ການ​ເມືອງ, ຍູ້​ແຮງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ປະທານ​ຢືນຢັນ​ວ່າ, ຫວຽດນາມ​ - ຕູຍ​ນີຢີ ຄວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ປາ​ໄສ, ອົງການ​ຈັດ​ຕັ້ງ​ຫຼາຍ​ຝ່າຍ.


ຂ່າວ/ບົດ​ອື່ນ