ໄຂກອງປະຊຸມຂອງສະພາປະຊາຊົນນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ

(VOVWORLD) - ກອງປະຊຸມໄດ້ພິຈາລະນາສະພາບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບປີ 2018 ແລະ ໜ້າທີ່ຈຸດສຸມ, ມາດຕະການຕົ້ນຕໍຂອງປີ 2019 ຂອງນະຄອນຮ່າໂນ້ຍ

ໄຂກອງປະຊຸມຂອງສະພາປະຊາຊົນນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ - ảnh 1 ກອງປະຊຸມສະພາປະຊາຊົນຂອງນະຄອນໂຮ່ຈີມິນ

(ພາບ: ກອງທັບ)

ຕອນເຊົ້າວັນທີ 4 ທັນວາ, ໄດ້ໄຂກອງປະຊຸມຄັ້ງທີ 7, ສະພາປະຊາຊົນນະຄອນຮ່າໂນ້ຍ ຊຸດທີ 15 ແລະ ດຳເນີນໃນເວລາ 4 ວັນ, ແຕ່ວັນທີ 4 – 6 ທັນວາ, ກອງປະຊຸມໄດ້ພິຈາລະນາສະພາບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບປີ 2018 ແລະ ໜ້າທີ່ຈຸດສຸມ, ມາດຕະການຕົ້ນຕໍຂອງປີ 2019 ຂອງນະຄອນຮ່າໂນ້ຍ; ພິຈາລະນາ, ຕັດສິນບາງເນື້ອໃນຂຶ້ນກັບສິດອຳນາດຂອງສະພາປະຊາຊົນນະຄອນ ແລະ ປະຕິບັດການລົງປະຊາມະຕິສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາປະຊາຊົນເລືອກເຟັ້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ:

        “ເພື່ອໃຫ້ບັນດາມະຕິຂອງສະພາປະຊາຊົນກ້າວເຂົ້າສູ່ຊີວິດຕົວຈິງໂດຍໄວ, ສະພາປະຊາຊົນນະຄອນ ຄວນຮັບຮອງເອົາບັນດາກົນໄກ, ນະໂຍບາຍ ແລະ ຈັດແບ່ງແຫຼ່ງກຳລັງເໝາະສົມໃຫ້ຄົບຊຸດ ແລະ ທັນການ. ເອົາໃຈໃສ່ເຖິງບັນດາກົນໄກ, ນະໂຍບາຍປະກອບສ່ວນຂຸດຄົ້ນ ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງອັນໃຫຍ່ຫຼວງຂອງນະຄອນຫຼວງ ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີຢ່າງວ່ອງໄວ ແລະ ມີປະສິດທິຜົນ, ແກ້ໄຂສິ່ງຄົງຄ້າງດ້ານພື້ນຖານໂຄງລ່າງ, ລະບອບນະໂຍບາຍ ແລະ ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເປັນເຈົ້າຕົນເອງຂອງຮາກຖານ.”

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ສະພາປະຊາຊົນນະຄອນໂຮ່ຈີມິນ ຊຸດທີ 10 ໄດ້ໄຂກອງປະຊຸມຄັ້ງທີ 12. ໃນ 4 ວັນດຳເນີນກອງປະຊຸມ, ບັນດາຜູ້ແທນສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ປຶກສາຫາລື ແລະ ວາງອອກກ່ຽວກັບການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ມາດຕະການໃຫ້ປີ 2019…

ຕອບກັບ

ຂ່າວ/ບົດ​ອື່ນ