ໄຂກອງປະຊຸມຄັ້ງທີ 12, ສະພາປະຊາຊົນນະຄອນ ຮ່າໂນ້ຍ ຊຸດທີ XVI, ອາຍຸການ 2021 – 2026

(VOVWORLD) - ໃນໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຕ້ອງມີບັນດາມາດຕະການແກ້ໄຂຢ່າງແຮງ, ກະໂດດຂັ້ນ
ໄຂກອງປະຊຸມຄັ້ງທີ 12, ສະພາປະຊາຊົນນະຄອນ ຮ່າໂນ້ຍ ຊຸດທີ XVI, ອາຍຸການ 2021 – 2026 - ảnh 1 (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ)

       ຕອນເຊົ້າວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີໄຂກອງປະຊຸມຄັ້ງທີ 12, ສະພາປະຊາຊົນນະຄອນ ຮ່າໂນ້ຍ ຊຸດທີ XVI, ອາຍຸການ 2021 – 2026, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ເປົ້າໝາຍພັດທະນານະຄອນຫຼວງແມ່ນຕ້ອງສະໝ່ຳສະເໝີ, ຮອບດ້ານ ແລະ ຍືນຍົງ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ໃນໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຕ້ອງມີບັນດາມາດຕະການແກ້ໄຂຢ່າງແຮງ, ກະໂດດຂັ້ນ, ສ້າງການຫັນປ່ຽນໂດຍພື້ນຖານ ແລະ ບັນລຸຜົນງານສູງກວ່າອີກ, ເພື່ອປະຕິບັດສຳເລັດບັນດາຄາດໝາຍເສດຖະກິດສັງຄົມໃນປີ 2023:

        “ຊຸມໃສ່ແກ້ໄຂບັນດາຂໍ້ຕິດຂັດທີ່ໄດ້ຊີ້ແຈ້ງແລ້ວ, ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ ເພື່ອສ້າງສາພັດທະນານະຄອນ, ຍູ້ໄວຄວາມຄືບໜ້າບັນດາໂຄງການລົງທຶນພາກລັດ, ພື້ນຖານໂຄງລ່າງ, ເສດຖະກິດ ສັງຄົມ, ໂດຍສະເພາະແມ່ນບັນດາໂຄງການຈຸດສຸມ, ສຳຄັນຂອງນະຄອນ. ສືບຕໍ່ເອົາໃຈໃສ່, ສະຫງວນແຫຼ່ງກຳລັງລົງທຶນ ແລະ ບັນດາກົນໄກ, ນະໂຍບາຍຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ຍູ້ແຮງພື້ນຖານໂຄງລ່າງ, ເສດຖະກິດສັງຄົມຢູ່ເຂດຊົນນະບົດ, ເຂດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ດ້ວຍເປົ້າໝາຍພັດທະນານະຄອນຫຼວງໃຫ້ສະໝ່ຳສະເໝີ, ຮອບດ້ານ ແລະ ຍືນຍົງ, ໂດຍສະເພາະແມ່ນກ່ຽວກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ສ້າງການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ”.

        ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ ຮ່າໂນ້ຍ ສົມທົບກັບບັນດາອົງການຂອງສູນກາງຢ່າງແໜ້ນແຟ້ນ ເພື່ອສ້າງສຳເນົາເອກະສານກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ໃຫ້ສົມບູນແບບໂດຍໄວ, ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ຮັບຮອງທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ