ໄຂກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ 2 ໝວດບັນຫາ, ໃນນັ້ນ ມີຫົວຂໍ້ວ່າ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດການປະຢັດ”...
ໄຂກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນໄຂກອງປະຊຸມ (ພາບ:quochoi.vn)

ຕອນບ່າຍວັນທີ 9 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 14. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ 2 ໝວດບັນຫາ, ໃນນັ້ນ ມີຫົວຂໍ້ວ່າ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດການປະຢັດ”, ຕ້ານການຟຸມເຟືອຍໄລຍະ 2016 – 2021, ແຜນການລົງທຶນສາທາລະນະໂດຍໄຊ້ງົບປະມານສູນກາງໄລຍະກາງ 2021 – 2025 ໃຫ້ແກ່ບັນດາໂຄງການໄດ້ປະຕິບັດສຳເລັດລະບຽບການລົງທຶນ ແລະ ເພີ່ມເຕີມ… ຄະນະປະຈຳສະພາແຫ່ງຊາດກໍ່ພິຈາລະນາຂໍ້ສະເໜີຂອງລັດຖະບານກ່ຽວຂ້ອງເຖິງການປະຕິບັດນະໂຍບາຍໜູນຊ່ວຍຄົນງານຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19.

        ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນການຈັດສັນບາງຫົວໜ່ວຍປົກຄອງ. ນັ້ນແມ່ນການສ້າງຕັ້ງເທດສະບານເມືອງ ບິ່ງຝູ, ເມືອງ ກາຍໄລ້, ແຂວງ ຕ່ຽນຢາງ; ສ້າງຕັ້ງເທດສະບານ ເຈີນແທັ່ງ ແລະ ສ້າງຕັ້ງບັນດາຕາແສງຂຶ້ນກັບເທດສະບານ ເຈີນແທັ່ງ, ແຂວງ ບິ່ງເຟືອກ, ປະກອບຄຳເຫັນເຂົ້າວຽກງານແກ້ໄຂຮ້ອງຂໍຄວາມເປັນທຳຂອງ ສະພາແຫ່ງຊາດເດືອນ ກໍລະກົດ 2022.

        ຄາດວ່າ, ວັນທີ 10 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະຕິບັດການຊັກຖາມ ແລະ ຕອບຄຳຊັກຖາມສຳລັບ 2 ຂົງເຂດທີ່ຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງຂອງລັດ ຂອງກະຊວງຕຳຫຼວດ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ