ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ວັນທີ 11 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 15, ຊຶ່ງຈະດຳເນີນຮອດວັນທີ 13 ຕຸລາ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ເນື້ອໃນສຳຄັນຫຼາຍຢ່າງເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ຄາດວ່າ ຈະໄຂຂຶຶ້ນໃນວັນທີ 23 ຕຸລາຈະມາເຖິງ. 
ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ - ảnh 1ຮູບຈຳລອງ ທ່າອາກາດສະຍານ (ພາບຈາກ: ຕ໋ຽນຕ໋ວນ)

ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື ກ່ຽວກັບບັນດາບົດລາຍງານ: ສັງລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ, ຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ; ໝາກຜົນຂອງການຕິດຕາມກວດກາການແກ້ໄຂຄຳຟ້ອງຮ້ອງ, ຮ້ອງທຸກຂອງພົນລະເມືອງຝາກເຖິງສະພາແຫ່ງຊາດປີ 2017; ບົດລາຍງານຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2017; ແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ແລະ ວິທີການຈັດແບ່ງງົບປະມານສູນກາງປີ 2018…

        ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການກ່ຽວກັບການຖອນທີ່ດິນຄືນ, ການຊົດເຊີຍ, ໜູນຊ່ວຍ, ສ້າງທ່າອາກາດສະຍານສາກົນ ລອງແທ່ງ ຄົງທີ; ປະກອບຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ

ຕອບກັບ

ຂ່າວ/ບົດ​ອື່ນ