ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳ ຂອງ ICAPP

ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳ ຂອງ ICAPP - ảnh 1
ທ່ານ ຮ່ວາງ​ບິນ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມ
(ພາບ: An Đăng/TTXVN)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 19 ຄະນະ​ປະຈຳ​ຂອງ​ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​ເມືອງ ອາຊີ (ຫຼື International Conference of Asian Political Parties – ICAPP) ​ໂດຍ​ພັກ​ກອມ​ມູນິດ ຫວຽດນາມ ​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/4, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ 37 ຄະນະ​ທີ່​ຕາງໜ້າ​ໃຫ້ການ​ນຳ​ບັນດາ​ພັກ​ກຳ​ອຳ​ນາດ, ພັກ​ການ​ເມື​ອງ​ໃຫຍ່​ຂອງ​ບັນດາ​ປະ​ເທດ ອາຊີ, ບັນດາ​ຜູ້​ສັງ​ເກດ​ການ ​ແລະ ​ແຂກ​ຖືກ​ເຊີນ, ບັນດາ​ອົງການ​ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຮ່ວາງ​ບິ່ນ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ເນັ້ນ​ໜັກ​ວ່າ:  ດ້ວຍ​ທິດ​ທາງ​ພົວພັນ​ຕ່າງປະ​ເທດເປີດ​ກ້ວາງ, ຫັນ​ການ​ພົວພັນ​ກັບສາກົນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ຫວຽດນາມ ​ໄດ້​ເປີດ​ກ້ວາງການ​ພົວພັນ​ກັບ​ຫຼາຍ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 180 ປະ​ເທດ, ​ໃນ​ນັ້ນ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ຫຼາຍ​ປະ​ເທດ. ສຳລັບ ICAPP, ​ແຜນ​ນະ​ໂຍບ​າຍຊຸກຍູ້ ​ແລະ ປັບປຸງ​ການ​ພົວພັນ​ແມ່ນ​ນະ​ໂຍບາຍ​ບຸລິມະສິດ​ຂອງ​ພັກ. ທ່ານ ຮ່ວາງ​ບິ່ນ​ກວນ ​ເນັ້ນ​ໜັກ​ວ່າ:

“ດ້ວຍ​ຖານະ​ເປັນ​ສະມາຊິກ​ຂອງ​ຄະນະ​ປະຈຳ ICAPP, ພັກ​ກອມ​ມູນິດ ຫວຽດນາມ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ບົດບາດ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ຊຸກຍູ້​ບັນດາ​ຈຸດໝາຍ​ລວມຂອງ ICAPP, ພ້ອມ​ແລ້ວ​ທີ່​ຈະແບ່ງປັນ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ລວມ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ພັກ​ການ​ເມືອງ​ໃນ​ພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ວັດ​ທະນາ​ຖາວອນ​ຢູ່​ທະວີບ.”

       

ຂ່າວ/ບົດ​ອື່ນ