ໄຂກອງປະຊຸມຄັ້ງທີ 2 ສະພາທິດສະດິສູນກາງ

     ໄຂກອງປະຊຸມຄັ້ງທີ 2 ສະພາທິດສະດິສູນກາງ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 1/2 ຢູ່ ຮ່າໂນ້ຍ, ສະພາທິດສະດີສູນກາງໄດ້ໄຂກອງປະຊຸມຄັ້ງທີ 2 ເພື່ອປະກາດບົດລາຍງານສະຫລຸບການເຄື່ອນໄຫວໃນປີ 2011, ທິດທາງຫນ້າທີ່ວຽກງານປີ 2012 ແລະ ປຶກສາຫາລືບາງບັນຫາທິດສະດີ ແລະ ພຶດຕິກຳຕົວ​ຈິງໃນການກະກຽມປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເນັ້ນຫນັກວ່າ: ປີ 2012, ສະພາບການຢູ່ພາຍໃນປະເທດ ແລະ ສາກົນສືບຕໍ່ມີການຜັນແປຢ່າງສັບສົນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃຫມ່ປະເທດຊາດຢ່າງຮອບດ້ານ, ສະນັ້ນ ສະພາທິດສະດີ ສູນ​ກາງ​ຄວນ​ຕິດຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຢ່າງ​ໃກ້​ຊິດ, ຍູ້​ແຮງ​ການ​ຄົ້ນ​ຄ້ວາ​ທິດ​ສະ​ດີ, ສະຫລຸບ​ພຶດຕິ​ກຳຕົວ​ຈິງ, ​ແລກປ່ຽນ​ບົດຮຽນ​ສາກົນ ​ເພື່ອ​ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເວົ້າ​ວ່າ:

        “​ໃນ​ກອງ​ປະຊຸມ​ໃຫຍ່​ເທື່ອ​ລະ​ຄັ້ງ ພວກ​ເຮົາ​​ລ້ວນ​ແຕ່ມີ​ການ​ສະຫລຸບ, ຢັ້ງຢືນບັນຫາ​ທິດ​ສະ​ດີ ​ແລະ ຍົກ​ໃຫ້​ເຫັນ​ບັນຫາ​ທິດ​ສະ​ດີ​ຍັງ​ຄົງ​ຄ້າງ.  ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ​ຢ່າງ​ສູງ​ສຸດ ​ເພື່ອ​ຊ່ວຍ​ໃຫ້​ກົມ​ການ​ເມືອງ, ຊ່ວຍ​ສູນ​ກາງ ກ່ຽວ​ກັບ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ສະຫລຸບ​ພຶດຕິ​ກຳຕົວ​ຈິງ.”

        ທ່ານ​ປະທານ​ປະ​ເທດ​ຍັງ​ໃສ່​ໃຈ​ບາງ​ບັນຫາ​ທິດ​ສະ​ດີ ຄວນ​ໄດ້ຮັບ​ການ​ຄົ້ນ​ຄ້ວາ, ສືບ​ຕໍ່​​ເຮັດ​ໃຫ້​ຢ່າງ​ຈະ​ແຈ້ງ. ພິ​ເສດ ປີ​ນີ້ ຕ້ອງ​ສຸມ​ໃສ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ ​ໃນ​ການ​ປັບປຸງ, ​ເພີ​ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ​ເພື່ອ​ລາຍ​ງານ​ສູນ​ກາງ ​ແລະ ​ເກັບ​ກຳ​ຄຳ​ເຫັນ​ຈາກ ປະຊາຊົນ​ໃນ​ລະຫວ່າງ​ປີ 2013.

 

ຂ່າວ/ບົດ​ອື່ນ