ໄຂກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
​ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 12 ສິງຫາ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ເລີ່​ມຈັດ​ກອງ​ປະຊຸມ​ຄັ້ງ​ທີ 20. ກອງ​ປະຊຸມ​ຄັ້ງ​ນີ້ ຄາດ​ວ່າ ຈະ​ແກ່ຍາວ​​ເປັນ​ເວລາ 10 ວັນ, ​ແຕ່​ວັນ​ທີ 12 – 22 ສິງຫາ, ​ສຸມ​ໃສ່​ປຶກສາ​ຫາລື, ​ໃຫ​້ຄຳ​ຄິດ​ຄຳ​ເຫັນ​ໃສ່​ບັນດາ​ຮ່າງ​​ກົດໝາຍລັດຖະບັນຍັດ, ຮ່າງດຳລັດ​. ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 20 ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ໃສ່​ 11 ເນື້ອ​ໃນ, ​ໃນ​ນັ້ນ​ມີ ຮ່າງ​ກົດໝາຍ 7 ສະບັບ, ​ຮ່າງລັດຖະບັນຍັດ 2 ສະບັບ ​ແລະ ຮ່າງ​ດຳລັດ 2 ສະບັບ; ຈັດ​ກອງ​ປະຊຸມ​ເພື່ອ​ຕີ​ລາຄາ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ເອກະສານ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 12 ​ແລະ ສ່ວນ​ໜຶ່ງ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຜ່ານ​ນັ້ນ​ເຫັນ​ໄດ້​ບັນດາ​ໝາກຜົນ, ປະສິດທິ​ຜົນ​ຂອງ​ກົດ​ໝາຍ, ດຳລັດ​ຕ່າງໆ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງລັດຖະທຳ​ມະນຸ​ນປີ 1992 ສະບັບ​ປັບປຸງ; ປະຕິບັດ​​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ລະຫວ່າງກອງ​ປະຊຸມ 2 ຄັ້ງ​ກັບ​ລັດຖະມົນຕີ 2 ທ່ານ​​ແມ່ນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ລັດຖະມົນຕີຊັບພະຍາກອນ ​ແລະ​ ສິ່ງ​ແວດ​ລ້ອມ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ພິຈາລະນາ​ບາງ​ເນື້ອ​ໃນ​ອື່ນໆ ​ແມ່ນ​ເພີ່ມ​ເຕີ່​ມ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິ​ບັດ​ນະ​ໂຍບາຍ, ກົດໝາຍ ກ່ຽວ​ກັບການ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ລາຍ​ການ, ປື້​ມຕຳລາ​ຮຽນ​ສຶກສາ​ສາມັນ.

        ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ສິງຫາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະບັນຍັດຕຳຫຼວດ​ເຄື່ອນ​ທີ່. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ວອງຈູ​ລິວ ​ແລະ ບັນດາ​ຄຳ​ເຫັນ​ເຫັນ​ດີສ່ວນ​ຫຼາຍ​ໄດ້​ເຫັນ​ດີກັນ​ການ​ປະກາດ​ໃຊ້​ລັດຖະບັນຍັດ​ນີ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຫັນ​ດີກັບຄຳ​ເຫັນ​ປະກອບ​ຂອງ​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເກືອບ​ທັງ​ໝົດ​ທີ່​ປະກອບ​ໃສ່​ໃສ່ຮ່າງ​ລັດຖະບັນຍັດຕຳຫຼວດ​ເຄື່ອນ​ທີ່ ​ແລະ ສະ​ເໜີ​ສືບ​ຕໍ່​ສ້າງ​ໃຫ້ສຳ​ເລັດ​ເພື່ອ​ປະກາດ​ໃຊ້​ລັດຖະບັນຍັດຕາມ​ແຜນການ.

ຕອນ​ບ່າຍວັນ​ທີ 12/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ຄົມມະນາຄົມ​ທາງນ້ຳພາຍ​ໃນ. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ໄດ້​ເຫັນ​ດີ​ປັບປຸງ ​ເພີ່ມ​ເຕີ່​ມກົດໝາຍ​ສະບັບ​ນີ້​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ປະຈຸ​ບັນ. ​ໃນ​ນັ້ນ ບັນດາ​ຜູ້​ແທນ​​ມີ​ຄວາມສົນ​ໃຈ ​ແລະ ສະ​ເໜີ​ເຮັດ​ແຈ້ງ, ບໍ່​ໄດ້​ກຳນົດ​ແບບ​ລວມໆ​ຄື​ໃນ​ຮ່າງ​ກົດໝາຍ​ສະບັບ​ນີ້ຄື: ບັນຫາ​ຄຸ​ມຄອງ​ທາງນ້ຳ, ພາຫະນະ, ການ​ກຳນົດ​ການ​ອອກ​ໜັງສື​ອະ​ນຸຍາດ ​ແລະ ຜູ້​ຂັບ​ກຳ​ປັ່ນ, ​ເຮືອ ກໍ່​ຄື​ບາງ​ຄຳ​ນິຍາມ​ໃນ​ຮ່າງ​ກົດໝາຍ…ບັນດາ​ຜູ້​ແທນ​ກໍ່ສະ​ເໜີຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ວາ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ເປົ້າໝາຍ​ກ່ຽວຂ້ອງ​ ​ເພື່ອ​ຈຳກັດ​ອຸບັດ​ຕິ​ເຫດ ​ແລະ ມີ​ພື້ນຖານ​ດ້ານ​ກົດໝາຍ​ເມື່ອ​ແກ້​ໄຂ​ບັນດາ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ທາງນ້ຳ ກໍ່​ຄື​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ອົງການ​ກວດກາ​ຂອງ​ລັດ, ການ​ກວດກາ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ