ໄຂກອງປະຊຸມຄັ້ງທີ 21 ຂອງຄະນະປະຈຳ ສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 21 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 09 ກັນຍາ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 21. ນີ້​ແມ່ນ​ກອງ​ປະຊຸມ​ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ເພື່ອ​ກະກຽ​ມ​ໃຫ້​ແກ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ທ້າຍ​ເດືອນ ຕຸລາ ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ພິຈາລະນາ, ປຶກສາ​ຫາລື​​ເທື່ອ​ສຸດ​ທ້າຍກ່ຽວ​ກັບຮ່າງ​ລັດຖະທຳມະນູນປີ 1992 (ສະບັບ​ປັບປຸງ) ກອນ​ທີ່​ລາຍ​ງານ​ຕໍ່​ກົມ​ການ​ເມືອງ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ, ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປ​ັບປຸງ) ​ແລະ ຮ່າງ​ກົດໝາຍອື່ນ 13 ສະບັບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເອົາ​ໃຈ​ໃສ່​ວ່າ; ​ໃນ​ເດືອນ​ຕຸລາ ຈະ​ມາ​ເຖິງ, ຮ່າງ​ ລັດຖະທຳມະນູນປີ 1992 (ສະບັບ​ປັບປຸງ) ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ຈະ​ໄດ້​ຮັບ​ການ​ຮັບຮອງ​​ເອົາຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ​ເພາະສະ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເອົາ​ໃຈ​ໃສ່​ປຶ​ກສາ​ຫາລື​ຢ່າງ​ລະອຽດ, ລະມັດລະວັງ ​ແລະ ​ແນ່ນອນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່ຈະ​ຮັບ​ຟັງ​ຄະນະ​ຕິດຕາມ​ກວດກາ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​​ວ່າ​ດ້ວຍການ​ປະກັນ​ສຸຂະພາບ​ໄລຍະ 2009 – 2012; ​ການ​ປະຕິບັດນະ​ໂຍບາຍ, ກົດໝາຍ​ໃນ​ວຽກ​ງານຄັດ​ເລືອກ, ບຳລຸງ​ສ້າງ, ​ແຕ່ງ​ຕັ້ງ​ສຳລັບ​ຖັນ​ແຖວ​ພະນັກງານ, ລັດຖະກອນ; ​ການປະຕິບັດ​ທົດ​ລອງ​ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ເມືອງ, ຕາ​ແສງ. ຕາມ​ລາຍການ​ຂອງ​ກອງ​ປະຊຸມ​ແລ້ວ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ທີ່​ສະພາ​ແຫ່ງ​ຊາດ​ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ແລະ ບັນດາ​ບົດ​ລາຍ​ງານ​ສຳຄັນ​ອື່ນໆ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ.

        “ກອງ​ປະຊຸມ​​ໃນ​ທ້າຍ​ປີ​ນີ້ ສະພາ​ແຫ່ງ​ຊາດ ຈະ​ຮັບ​ຟັງ​ບົດ​ບາຍ​ງານຫຼາຍ​ບົດ ຍ້ອນ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ກອງ​ປະຊຸມ​ກາງ​ອາຍຸ​ການ​ຂອງ​ສະພາ​ແຫ່ງຊາດ ກໍ່​ແມ່ນ​ກອງ​ປະຊຸມ​ກາງ​ອາຍຸ​ການ​ຂອງ​ພັກ​ກ​ອມມູນິດ​ຫວຽດນາມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຄືນ​ສະພາບການ​ຂອງ​ປີ 2013, ຄາດ​ຄະ​ເນສະພາບ​ການ​ຂອງ​ປີ 2014 ​ແລ​ະຮັບ​ຟັງ, ຕິ​ລາຄາ​ສະພາບ​ເສດຖະກິດ, ສັງຄົມ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ຍຸຕິ​ທຳ, ການ​ຕໍ່ສູ້ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​​ໃນ 2 ປີ. ຈາກ​ນັ້ນ​ຈະ​ສູ້​ຊົນ​ສຳ​ເລັດ​ໜ້າ​ທີ່​​ເຊິ່ງປະຊຸມ​ໃຫຍ່​ຄັ້ງ​ທີ 11 ໄດ້​ວາງ​ອອກ. ຂ້າພະ​ເຂົ້າ​ຫວັງ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ເຮັດ​ວຽກ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ໃຫ້ກອງ​ປະຊຸ​ມຄັ້ງ​ນີ້​ສຳ​ເລັດ​ຜົນ”.
ຂ່າວ/ບົດ​ອື່ນ