ໄຂກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ສຸມໃສ່ຄົ້ນຄ້ວາ, ແລກປ່ຽນ, ປຶກສາຫາລືບັນດາເນື້ອໃນຢ່າງເລິກເຊິ່ງ
ໄຂກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ກອງປະຊຸມໄຂຂຶ້ນໃນຕອນເຊົ້າວັນທີ 14 ສິງຫາ
(ພາບ:VOV)

ຕອນເຊົ້າວັນທີ 14 ສິງຫາ, ກອງປະຊຸມຄັ້ງທີ 25 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ກອງປະຊຸມດຳເນີນເປັນເວລາ 7 ວັນ, ແຕ່ວັນທີ 14 – 18 ສິງຫາ (ໄລຍະທີ 1) ແລະ ແຕ່ວັນທີ 24 – 26 ສິງຫາ (ໄລຍະທີ 2), ດ້ວຍເນື້ອໃນສຸມໃສ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ XV ເປັນຕົ້ນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ສຸມໃສ່ຄົ້ນຄ້ວາ, ແລກປ່ຽນ, ປຶກສາຫາລືບັນດາເນື້ອໃນຢ່າງເລິກເຊິ່ງ; ພິເສດແມ່ນກຸ່ມຕິດຕາມກວດກາຫົວເລື່ອງສະເພາະ; ຈັດວາລະການຊັກຖາມ ແລະ ຕອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ສຳລັບລັດຖະມົນຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

        ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການຕິດຕາມກວດກາຫົວເລື່ອງສະເພາະ ກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການປ່ຽນໃໝ່ຫຼັກສູດ, ປຶ້ມຕຳລາຮຽນຂັ້ນສາມັນ; ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການຕິດຕາມກວດກາຫົວເລື່ອງ “ເລື່ອງຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2021 – 2025, ການຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 - 2030”.

ຕອບກັບ

ຂ່າວ/ບົດ​ອື່ນ