ໄຂກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ.
ໄຂກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:quochoi.vn)

ຕອນເຊົ້າວັນທີ 12 ກັນຍາ, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 26. ກອງປະຊຸມໄດ້ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ. ກ່ຽວກັບການເຄື່ອນໄຫວຕິດຕາມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານໝາກຜົນຂອງຄະນະຕິດຕາມກວດກາຫົວເລື່ອງສະເພາະຂອງສະພາແຫ່ງຊາດ; ພິຈາລະນາບົດລາຍງານຂອງບັນດາອົງການກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ມະຕິວ່າດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມແຕ່ຕົ້ນອາຍຸການມາຮອດປະຈຸບັນ. ທ່ານກ່າວວ່າ:

        “ພວກເຮົາຈະມີກອງປະຊຸມສະເພາະຂອງຄະນະປະຈຳສະພາແຫ່ງຊາດ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຈະຈັດຂຶ້ນໃນເດືອນ ຕຸລາ ຈະມາເຖິງ, ແມ່ນກອງປະຊຸມກາງສະໄໝຂອງສະພາແຫ່ງຊາດ. ດັ່ງນັ້ນ, ການຊັກຖາມ ແລະ ຕອບຄຳຊັກຖາມບໍ່ເຮັດຕາມເນື້ອໃນໃນປີ, ແຕ່ສຸມໃສ່ຊັກຖາມ , ຕິດຕາມກວດກາຄຳໝັ້ນໝາຍຂອງລັດຖະບານ, ບັນດາຫົວໜ້າຂະແໜງການ ຕໍ່ບັນດາມະຕິຕິດຕາມກວດກາຫົວເລື່ອງສະເພາະ ແລະ ບັນດາມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ”.

ຕອບກັບ

ຂ່າວ/ບົດ​ອື່ນ