ໄຂກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມຈະມາເຖິງຂອງສະພາແຫ່ງຊາດ
ໄຂກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ  ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 13 ທັນວາ, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 28. ຄາດວ່າ, ກອງປະຊຸມຈະດຳເນີນໃນເວລາ 3 ວັນ ແລະ ແບ່ງເປັນ 2 ຄັ້ງ (ຄັ້ງທີໜຶ່ງ ໃນວັນທີ 13 – 14 ທັນວາ ແລະ ຄັ້ງທີ 2 ແມ່ນໃນວັນທີ 18 ທັນວາ). ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ 19 ເນື້ອໃນສຳຄັນ, ສຸມໃສ່ 5 ໝວດບັນຫາ.

   ທີໜຶ່ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມຈະມາເຖິງຂອງສະພາແຫ່ງຊາດ, ປຶກສາຫາລືບາງເນື້ອໃນສຳຄັນອື່ນໆ, ຄື: ວາງແຜນເຄືອຂ່າຍໄຟຟ້າແຫ່ງຊາດ, ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການນຳໃຊ້ທົດລອງບາງກົນໄກ, ນະໂຍບາຍສະເພາະເພື່ອຜັນຂະຫຍາຍ 3 ໂຄງການຈຸດໝາຍແຫ່ງຊາດ; ເນື້ອໃນກ່ຽວກັບການເງິນ - ງົບປະມານທີ່ຍັງເຫຼືອ ແລະ ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ.

   ທີສອງ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະລາ ຮັບຮອງເອົາບັນດາໂຄງການດຳເນີນງານໃນປີໜ້າຂອງບັນດາກຳມາທິການສະພາແຫ່ງຊາດ. ທີສາມ, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນ, ພິຈາລະນາສະເໜີເພີ່ມເຕີມບາງຮ່າງກົດໝາຍເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດ… ແລະ ບັນຫາອື່ນອີກຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ