ໄຂກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສ APEC (SOM3)

(VOVWORLD) - ຕອນເຊົ້າວັນທີ 29 ສິງຫາ, ຢູ່ ນະຄອນ ໂຮ່ຈິມີນ ໄດ້ໄຂກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສ APEC ປີ 2017 (SOM3). 

ໄຂກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສ APEC (SOM3) - ảnh 1 ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ

ພາບ:tuoitre

ເຂົ້າຮ່ວມກອງປະຊຸມລວມມີ ບັນດາເຈົ້າຫນ້າທີ່ອາວຸໂສຕາງຫນ້າໃຫ້ 21 ພື້ນຖານເສດຖະກິດ ສະມາຊິກ, ບັນດາຫົວຫນ້າ  SOM APEC, ຜູ້ສັງເກດການຢ່າງເປັນທາງການຂອງ APEC. ໂດຍເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ ປະທານ SOM APEC 2017 ຢືນຢັນ: ແງ່ຫວັງເສດຖະກິດທົ່ວໂລກປະຈຸບັນແມ່ນດີກວ່າເມື່ອທຽບໃສ່ໄລຍະຕົ້ນປີ ແລະ APEC ແມ່ນຫນຶ່ງໃນບັນດາພາກພື້ນ ມີການເຕີບໂຕຢ່າງແຮງທີ່ສຸດ. ເຖິງຢ່າງໃດກໍຕາມ, ໃນພາກພື້ນຍັງຄົງມີສິ່ງທ້າທາຍຫລາຍຢ່າງຄື: ການລົງທຶນຍັງຕ່ຳ, ການຄ້າເສລີຍັງຊັກຊ້າ. ສະນັ້ນ ສິ່ງສຳຄັນນັ້ນແມ່ນບັນດາພື້ນຖານເສດຖະກິດ APEC ພ້ອມກັນທົບທວນຄືນບັນດາສິ່ງທີ່ບັນລຸໄດ້ ແລະ ສິ່ງທີ່ຕ້ອງປັບປຸງ.

ໃນເວລາ 10 ວັນຜ່ານມາ, ມີການເຄື່ອນໄຫວປະມານ 70 ຢ່າງຂອງບັນດາຄະນະກຳມະການ ແລະ ກຸ່ມປະຕິບັດງານ APEC ໄດ້ສຳຫລວດກວດຄືນໝາກຜົນ ແລະ ສະເຫນີຫລາຍຂໍ້ລິເລີ່ມຮ່ວມມືໃຫມ່, ເປັນຕົ້ນແມ່ນໃນຂົງເຂດສາທາລະນະສຸກ ແລະ ເສດຖະກິດ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ ປະທານ SOM APEC 2017 ໃຫ້ຮູ້ວ່າ:

        “ສິ້ນສຸດກອງປະຊຸມ SOM1.SOM2 ແລະ ກ້າວເຂົ້າສູ່ SOM 3 ແມ່ນມີຄວາມໝາຍສຳຄັນ. ນີ້ແມ່ນກອງປະຊຸມບັນດາເຈົ້າຫນ້າທີ່ອາວຸໂສທີ່ຫລັກແຫລ່ງເພື່ອປຶກສາຫາລື, ກຳນົດທິດບັນດາເອກະສານສຳຄັນກະກຽມຍື່ນສະເຫນີຕໍ່ສັບປະດາຂັ້ນສູງ, ພິເສດແມ່ນກອງປະຊຸມຂັ້ນສູງບັນດາການນຳເສດຖະກິດຂອງບັນດາພື້ນຖານເສດຖະກິດ APEC ໃນທ້າຍປີນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ