ໄຂກອງປະຊຸມຄັ້ງທີ 31 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູຍບາ

ໄຂກອງປະຊຸມຄັ້ງທີ 31 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູຍບາ - ảnh 1
ການນຳ Fidel Castro ແລະ ນາຍົກລັດຖະມນຕີ ຟ້າມວັນດົ່ງ
(ພາບ: xaluan.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/9, ກອງ​ປະຊຸມ​ຄັ້ງ​ທີ 31 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ກູ​ຍບາ ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຈິງ​ດິ່ງ​ຢຸງ, ປະທານ​ຮ່ວມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ກູ​ຍບາ ​ໄດ້ເນັ້ນ​ໜັກເຖິງ​ບັນດາ​ໝາກຜົນ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ຕາມ​ນັ້ນ​ແລ້ວ, ມີ​ຫຼາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຊີວະ​ພາບ ​ແລະ ວັກຊິນທີ່​ໄດ້​ຮັບ​ການ​ລົງ​ນາມ. ​ໂຄງການ​ຮ່ວມ​ມື ຫວຽດນາມ - ກູ​ຍບາ ກ່ຽວ​ກັບ​ການ​ໜູນຊ່ວຍ ກູ​ຍບາ ຜະລິດ​ເຂົ້າສານ​ໄລຍະ 2009 – 2015 ບັນລຸ​ໄດ້​ບາງຜົນ​ງານທີ່ເປັນ​ໜ້າ​ສົ່ງ​ເສີມ​ພາຍຫຼັງ 2 ປີ​ເຄິ່ງ​ແຫ່ງ​ການ​ປະຕິບັດ, ປະກອບສ່ວນ​ຍົກ​ສູງ​ປະລິມານ​ເຂົ້າສານ​ຢູ່ ກູ​ຍບາ ​ແລະ ໜູນ​ຊ່ວຍ ກູ​ຍບາ​ ຫລຸດຜ່ອນ​ປະລິມາ​ນ​ເຂົ້າສານ​ນຳ​ເຂົ້າ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ທັນ​ຍາ​ຫານ​ຢູ່​ກັບ​ທີ່​ເທື່ອ​ລະ​ກ້າວ.

    ທີ່​ກອງ​ປະຊຸມ​ນີ້, 2 ຝ່າຍ​ຕີ​ລາຄາ​ໝາກຜົນ​ການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 30, ​ແລກປ່ຽນ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດກະສິກຳ, ສິນ​ໃນ​ນ້ຳ, ​ເຕັກ​ໂນ​ໂລ​ຢີຊີວະ​ພາບ..​.​, ຕີ​ລາຄາ​ກາ​ງສະ​ໄໝ​ລະຫວ່າງ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ​ຜະລິດ​ເຂົ້າ​ເປືອກ​ຢູ່ ກູ​ຍບາ, ກຳນົດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃໝ່​​ໃຫ້​ແກ່ໄລຍະ 2013 – 2014.

    ກອງ​ປະຊຸມ​ຄັ້ງ​ທີ 31 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ກູ​ຍບາ ສິ້ນ​ສຸດ​ໃນ​ວັນ​ທີ 19/9.

ຂ່າວ/ບົດ​ອື່ນ